16 May
16May

ອາໄລຮັກຢ່າງສຸດຊຶ້ງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ວິລະຊົນ ຜູ້ຍິ່ງໃຫຍ່ຂອງຊາດລາວ.

ສະແດງຄວາມເສຍໃຈ ແລະ ອາໄລຮັກຢ່າງສຸດຊຶ້ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ (01 ພຶດສະພາ 1928 – 12 ພຶດສະພາ 2020), ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ.
ປະຫວັດໂດຍຫຍໍ້ :
“ສີສະຫວາດ ແກ້ວບຸນພັນ” ວິລະບຸລຸດແຫ່ງຊາດລາວ ໜຶ່ງໃນຜູ້ກໍ່ຕັ້ງກອງທັບປະຊາຊົນລາວທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານ ຫ້ວຍກະລຶມ ຕາແສງເມືອງ ປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.
ພໍ່ ແລະ ແມ່ ຂອງເພີ່ນແມ່ນເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດເປັນບ່ອນຮຽນໜັງສື. ເມື່ອອາຍຸ 20 ປີ ທ່ານ ສີສະຫວາດ ໄດ້ເຂົ້າຮ່ວມຂະບວນການປະຕິວັດລາວ ແລະ ເປັນໜຶ່ງໃນນັກຮົບຮຸ່ນທໍາອິດ ທີ່ກໍ່ຕັ້ງ ກອງຮ້ອຍລາດຊະວົງ ຕໍ່ສູ້ກູ້ຊາດ ໃຫ້ຫຼຸດພົ້ນຈາກການເປັນເມືອງຂຶ້ນຂອງຝລັ່ງ. ຈາກກອງຮ້ອຍລາດຊະວົງ ໄດ້ພັດທະນາມາເປັນກອງທັບປະຊາຊົນລາວ ທີ່ເຮັດສົງຄາມຕ້ານພວກລ່າເມືອງຂຶ້ນສະໄໝໃໝ່ຂອງອາເມລິກາ
ລາວ ສູນເສຍວິລະຊົນ ຜູ້ຍິ່ງໃຫຍ່ຂອງຊາດ ແລະ ຂໍອາໄລຮັກຢ່າງສຸດຊຶ້ງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING