06 Sep
06Sep

ອາການໜ້າເປັນຫ່ວງ ໜີ້ສິນຂອງລັດຖະບາຍລາວນັບມື້ນັບເພີ່ມຂຶ້ນ.

ຕາມໜັງສືພິມຂອງຫວຽດນາມ nld ວັນທີ 3 ກັນຍານີ້ລາຍງານວ່າ: ອີງຕາມອົງກອນຈັດອັນດັບໜີ້ສິນ ແລະ ຜູ້ຊ່ຽວຊານທາງດ້ານເສດຖະກິດຂອງລາວ ໃຫ້ຮູ້ວ່າ: ກອງທຶນສະສົມເງິນຕາຕ່າງປະເທດຂອງລາວໄດ້ຫຼຸດລົງຕໍ່າກ່ວາ 1 ຕື້ໂດລາ, ຕໍ່າກ່ວານີ້ສິນທີ່ຈະຕ້ອງຊຳລະໃນແຕ່ລະປີ. ແລະ ໜັງສືພິມການເງິນໃຫ້ຮູ້ວ່າ: ເຈົ້າໜ້າທີ່ກະຊວງການເງິນຂອງລາວ ໄດ້ຮຽກຮ້ອງໃຫ້ຈີນ, ເຈົ້າໜີ້ລາຍໃຫ່ຍທີ່ສຸດຂອງລາວ ໃຫ້ຄຳແນະນຳກ່ຽວກັບການປັບປຸງໂຄງສ້າງໜີ້ຄືນໃໝ່.
ພາບ: ໂທລະໂຄ່ງ
ໃນລະຫວ່າງເດືອນກ່ອນໜ້ານີ້, ບໍລິສັດຈັດອັນດັບໜີ້ສິນ Moody’s Investors Service ຂອງສະຫະລັດ ໄດ້ຫຼຸດອັນດັບໜີ້ສິນຂອງລາວຈາກ ລະດັບ B3 ລົງມາເປັນ Caa2, ໝາຍຄວາມວ່າ ຈາກຄວາມຫວັງແຫ່ງການພັດທະນາ ກາຍມາເປັນ ລົບ. ຮ່ວງຊຳລະໜີ້ສິນຂອງລາວແມ່ນສູງສົມຄວນ ຍັງຈະແກ່ຍາວຈົນໝົດປີນີ້ ແລະ ແກ່ຍາວເຖິງປີ 2025.
ບັນດານັກວິເຄາະທັງຫຼາຍໄດ້ສະແດງຄວາມເປັນຫ່ວງຕໍ່ຖານະການເງິນຂອງລາວທີ່ລະດົມເງິນຈາກຕະຫຼາດພັນທະບັດຂອງ ໄທ ໄດ້ດຳເນີນການມາໄດ້ຫຼາຍປີແລ້ວແຕ່ມາເຖິງໃນປີ 2020 ນີ້ກໍຍັງບໍ່ທັນເຫັນຫຍັງເກີດຂືຶ້ນ.
ທ່ານ Jeremy Zook ຜູ້ອຳນວຍການຂອງບໍລິສັດຈັດອັນດັບ Fitch Ratings ຂອງສະຫະລັດ ໄດ້ກ່າວເນັ້ນວ່າ: “ເປັນການຢາກທີ່ຈະໃຫ້ລາວເຂົ້າເຖິງຕະຫຼາດພັນທະບັດຂອງສາກົນໄດ້ໃນເງື່ອນໄຂຄືປັດຈຸບັນ. ຄວາມຫວັງໃນການຈັດຕັ້ງປະຕິບັດພັນທະຂອງລາວໃນຕະຫຼາດພັນທະບັດໃນໄທປັດຈຸບັນແມ່ນນັບມື້ນັບມີຄວາມທ້າທາຍ. ລັດຖະບານລາວຈຳເປັນຕ້ອງອາໄສຫາທະນາຄານການຄ້າໃຫ້ການຊ່ວຍເຫຼືອຈາກສອງຝ່າຍ ເພື່ອຖົມຂຸມ”.
Fitch Ratings ໄດ້ຈັດອັນດັບໜີ້ສິນຂອງລາວຢູ່ທີ່ລະດັບ B ແລະ ຫຼຸດຄວາມຫວັງແຫ່ງການພັດທະນາລົງມາເປັນຕິດລົບ ໃນເດືອນພຶດສະພາທີ່ຜ່ານມານີ້.
ຊອກຄໍຫອຍບໍ່ເຫັນແລ້ວ ລາວເປັນໜີ້ນັບມື້ນັບເພີ່ມຂຶ້ນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING