ເຊືອວ່າຊວງນີ້ຫລາຍໆຄົນກໍຄົງອຶດອັດກັບສະຖານະການຂອງການລະບາດພະຍາດໂຄວິດ ຄຽງຄູ່ກັນສະພາບເສດຖະກິດທີ່ຕົກຕ່ຳ, ພະນັກງານ ຫລື ແຮງງານຫລາຍຄົນຖືກເລີກຈ້າງ, ດັ່ງນັ້ນນີ້ກໍເປັນອີກທາງເລືອກໜຶ່ງທີ່ໜ້າສົນໃຈເພື່ອໃຫ້ທາງເລືອກໃນການເຮັດວຽກຂອງເຮົາໄດ້ແຕກໄປຫລາຍຂະແໜງ.
ທາງສູນພັດທະນາ ການຮຽນຮູ້ແບບມີສ່ວນຮ່ວມ ໄດ້ເປີດຮັບສະໝັກນັກຮຽນ ຜູ້ທີ່ສົນໃຈຢາກເປັນນັກພັດທະນາຊຸມຊົນ ເພື່ອສົ່ງເສີມການສຶກສາໃຫ້ໄວໜຸ່ມໄດ້ມີການພັດທະນາທັກສະທີ່ຈຳເປັນຕໍ່ການພັດທະນາຕົນເອງ, ຊຸມຊົນ ແລະ ສັງຄົມ ໃຫ້ມີທັດສະນະທີ່ຖືກຕ້ອງ ແລະ ມີຄວາມເປັນຜູ້ນຳທີ່ດີ.
ດັງນັ້ນ, ທາງສູນຈຶ່ງໄດ້ຈັດການຝຶກອົບຮົມໃນຫົວຂໍ້: “ ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ ” ດ້ວຍການປະກາດເປີດຮັບສະໝັກນັກຮຽນທີ່ມີຄວາມສົນໃຈໃນດ້ານນີ້ໄດ້ມີໂອກາດຮຽນຮູ້ ຕັ້ງແຕ່ມື້ນີ້ຈົນເຖິງວັນທີ 7 ສິງຫາ 2020.
ເປົ້າໝາຍຫຼັກຂອງການຝຶກອົບຮົມແມ່ນ ເພື່ອພັດທະນາທັກສະການເຮັດວຽກພັດທະນາຊຸມຊົນ, ມີທັດສະນະທີ່ຖືກຕ້ອງ ແລະ ມີຄວາມເປັນມືອາຊີບ ເວລາໃນການຝຶກອົບຮົມເເມ່ນປະມານ 4 ເດືອນ (1 ກັນຍາ 2020 – 31 ທັນວາ 2020) ກຸ່ມເປົ້າໝາຍແມ່ນ ໄວໜຸ່ມຍິງ, ໄວໜຸ່ມຊົນເຜົ່າ ແລະ ນັກຮຽນທີ່ມາຈາກຕ່າງແຂວງ ຈະໄດ້ຮັບພິຈາລະນາເປັນພິເສດ.
ສຳລັບນັກຮຽນທີ່ມາຈາກຕ່າງແຂວງ ຖ້າໄດ້ຮັບການຄັດເລືອກ ທາງສູນມີອັດຕາກິນ ເເລະ ທີ່ພັກໃຫ້ ໂດຍອີງຕາມເງື່ອນໄຂຂອງໂຄງການ ຜູ້ທີ່ສົນໃຈ ແລະ ມີເງື່ອນໄຂສະໝັກ ສາມາດເບີ່ງລາຍລະອຽດເພີ່ມຕື່ມຕາມໃບປະກາດລຸ່ມນີ້ເລີຍ.
ວິທີສະໝັກ:
ປະກອບເອກະສານຄົບຖ້ວນຕາມທີ່ລະບຸໄວ້ຄື:
1 ເເບບຟອມສະໝັກ.
2 ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ 1 ໃບ.
3 ສຳເນົາໃບປະກາດຈົບຊັ້ນມ 7 ຫຼື ຊັ້ນສູງ ຫຼື ປະລິນຍາຕີ 1 ໃບ.
4 ໃບຢັ້ງຢືນຕ່າງໆ (ຖ້າມີ), ຕົວຢ່າງ: ໃບຢັ້ງຢືນເຂົ້າຮ່ວມຝຶກອົບຮົມ, ໃບຢັ້ງຢືນເຂົ້້າຮ່ວມກິດຈະກໍາ ອາສາສະໝັກ, ແລະ ອື່ນໆ ປະກອບເອກະສານ ແລະ ສົ່ງເອກະສານ ລະບຸຫົວຂໍ້ອີເມລວ່າ: “ສະໝັກເປັນນັກພັດທະນາຊຸມຊົນເເບບມີສ່ວນຮ່ວມ” ແລ້ວສົ່ງອີເມວມາທີ່: noutsabai@gmail.com ຫຼື singkham1000@gmail.com ຫຼື ທ່ານສາມາດມາສົ່ງໃບສະໝັກດ້ວຍຕົນເອງໄດ້ທີ່: ສູນຝຶກອົບຮົມການຮຽນຮູ້ແບບມີສ່ວນຮ່ວມ (ສຮຮ) ຕັ້ງຢູ່ ບ້ານ ໂພນພະເນົາ, ຮ່ອມ 10, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
ຂ່າວດີ! ສຳລັບຜູ້ຕ້ອງການເປັນນັກພັດທະນາຊຸມຊົນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido