16 Jun
16Jun

ອັດຕະປື ເມືອງບູຮານປາກົດຊື່ໃນພົງສາວະດານອັດຕະປືວ່າ ” ເມືອງລາວຫຼົງ “

ເມືອງລາວຫຼົງ ຫລື ອັດຕະປື ເປັນເມືອງບູຮານດັ້ງເດີມ ສືບສານກັນມາແຕ່ບູຮານນະການ ປາກົດຊື່ໃນພົງສາວະດານອັດຕະປືວ່າ “ເມືອງລາວຫຼົງ” ຫຼື “ເມືອງອົງການ”ໃນປີ ຄສ 638 ຕໍ່ມາປ່ຽນເປັນ “ ແອ້ກະປື ” ( ແອ້ ເປັນຄຳສ້ວຍໃນເວລາລຳຜະຫຍາພື້ນເມືອງຂອງຄົນທ້ອງຖິ່ນ, ມີຄວາມໝາຍວ່າ ຄັກຫຼາຍແທ້ໆ/ສຸດຍອດ, ກະປື ແປວ່າ: ຄວາຍ) ເຫດທີ່ໄດ້ຊື່ແນວນີ້ຍ້ອນວ່າ ດິນແດນນີ້ມີ ທຳມະຊາດອຸດົມສົມບູນມີ ຝູງງົວຄວາຍປ່າ ແລະ ສັດປ່ານາໆ ຊະນິດມາອາໄສຢູ່ຖິ່ນນີ້ຫຼາຍແທ້ໆ.
ຕົກມາຮອດສະໄໝລາວເສຍເອກະລາດ-ຝຣັ່ງເສດປົກຄອງ ຈຶ່ງປ່ຽນມາເປັນ “ອັດຕະປື” ມາເຖິ່ງທຸກວັນນີ້. ໃນປີ ຄສ 1572 ຍ້ອນວ່າ ພະຍານະຄອນ ຄິດກະບົດຢາກເປັນເຈົ້າແຜ່ນດິນ ຈຶ່ງມີກົນອຸບາຍທູນຕໍ່ ພະເຈົ້າ ໄຊຍະເສດຖະທິຣາດ ວ່າເຈົ້າເມືອງອົງການແອ້ກະປື ມີໃຈອອກຫ່າງບໍ່ຍອມຂຶ້ນກັບການປົກຄອງຂອງພະອົງ, ພະເຈົ້າ ໄຊຍະເສດຖາທິຣາດ ຈຶ່ງໄດ້ນຳທັບຫຼວງໄປເຖິ່ງ ເມືອງອົງການ ( ອັດຕະປື ) ເພື່ອທຳການປັບປຸງກຳລັງໄປປາບປາມເມືອງດັ່ງກ່າວ ແຕ່ຖືກພວກກະບົດລອບປົງພະຊົນ ເຮັດໃຫ້ພະອົງຫາຍສາບສູນ ເມື່ອແຮມ 3 ຄ່ຳ ເດືອນອ້າຍ ( ເດືອນຈຽງ ) ຄສ 1572 ດ້ວຍພະພັນສາພຽງ 38 ພັນສາ, ອັດຖິທາດ ( ກະດູກ ) ຂອງພະອົງໄດ້ຖືກນຳມາປະດິດສະຖານໄວ້ທີ່ ວັດທາດຈຸລະມະນີ ( ວັດໄຊເສດຖາ ) ໃກ້ກັບທີ່ເກີດເຫດ ແລະ ພາຍຫຼັງມາເຂດການປົກຄອງທ້ອງຖິ່ນຂັ້ນເມືອງນີ້ໄດ້ຮັບການຕັ້ງຊື່ວ່າ: ເມືອງໄຊເສດຖາ.
ພາບ: laosjourney.com
ໃນໄລຍະ ສົງຄາມຕໍ່ສູ້ກູ້ເອກະລາດ ແລະ ປົດປ່ອຍຊາດ ຕ້ານການຂອງຈັກກະພັດ ອັດຕະປື ເປັນຖານທີ່ໝັ້ນອັນແຂງແກ່ນຂອງກຳລັງປະຕິວັດ ແລະ ໄດ້ຮັບການປົດປ່ອຍ ໃນວັນທີ 28/4/1970 ເຊິ່ງອະນຸສອນແຫ່ງສົງຄາມ ຍັງມີມາກມາຍ ຢູ່ທາງທິດຕາເວັນອອກຂອງແຂວງ ໂດຍສະເພາະລຽບບໍລິເວນເສັ້ນທາງໂຮ່ຈິມິນ ພາຍຫຼັງການປົດປ່ອຍທົ່ວປະເທດໃນປີ 1975 ອັດຕະປື ໄດ້ຮັບການຍົກຍ້ອງສັນລະເສີນເປັນແດນ “ ວິລະຊົນ ” ແລະ ໄດ້ຮັບການພັດທະນາຮອບດ້ານເລື້ອຍໆມາ.
ເມືອງລາວຫຼົງ ເມືອງອັດຕະປື ຊື່ບູຮານໃນພົງສາວະດານຂອງອັດຕະປື
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING