ອັດຕາເງິນເຟີ້ຂອງເງິນກີບລາວເດືອນກັນຍາ ປີ2020 ເລີ່ມຫລຸດລົງ.
ຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 318/ສຖຕ2.2 ລົງວັນທີ 2 ຕຸລາ 2020 ໃຫ້ຮູ້ວ່າ: ດັດສະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ເພີ່ມຂຶ້ນຢູ່ໃນລະດັບ 4,63% ເຊິ່ງເພີ່ມຂຶ້ນຊ້າກວ່າເດືອນຜ່ານມາເລັກໜ້ອຍ ( ເດືອນສິງຫາ 2020 ຢູ່ໃນລະດັບ 5,84% ) ແລະ ສະເລ່ຍໃນ 9 ເດືອນ 2020 ຢູ່ໃນລະດັບ 5,71%.
ພາບ: targetlaos.comການປ່ຽນແປງດັດສະນີລາຄາເດືອນຕໍ່ເດືອນໃນເດືອນກັນຍາ ທຽບກັບເດືອນສິງຫາ 2020 ເພີ່ມຂຶ້ນເລັກໜ້ອຍ ຄື: 0,16% ໃນນີ້ແມ່ນມາຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 0,45% ເນື່ອງມາຈາກລາຄາຊີ້ນ, ພືດຜັກ ແລະ ໝາກໄມ້ ປັບຕົວເພີ່ມຂຶ້ນ. ຂະນະດຽວກັນປະເພດເຂົ້າສານແມ່ນມີທ່າອ່ຽງຫຼຸດລົງເລັກໜ້ອຍ -1,02%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,60% ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,39% ເນື່ອງຈາກປະເພດເຄື່ອງນຸ່ງເດັກນ້ອຍ ແລະ ເກີບປັບຕົວເພີ່ມຂຶ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,96% ເນື່ອງຈາກລາຄາຄຳ ເພີ່ມຂຶ້ນ 3,67%.
ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ປັບຕົວເພີ່ມຂຶ້ນ ແມ່ນມາຈາກການເໜັງຕີງຂອງໝວດສິນຄ້າ ຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ທຽບປີຕໍ່ປີ ເພີ່ມຂຶ້ນ 7,70%; ໝວດເຄື່ອງນຸ່ງ ແລະ ເກີບ ເພີ່ມຂຶ້ນ 3,89%; ໝວດເຄື່ອງໃຊ້ໃນຄົວເຮືອນ ເພີ່ມ ຂຶ້ນ 4,87%; ໝວດຮັກສາສຸ ຂະພາບ ແລະ ປາ ເພີ່ມຂຶ້ນ 5,66%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 6,59%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 9,89%; ໝວດຄົມມະນາຄົມ ແລະ ຂົນສົ່ງ ແມ່ນ 0,91%. ໃນຂະນະດຽວກັນ ໝວດອາຫານ ແລະ ໂຮງແຮມ ຫຼຸດລົງ -2,09%.
ໃນເດືອນກັນຍາ ອັດຕາເງິນເຟີ້ຂອງລາວເລີ່ມຫຼຸດລົງເລັກໜ້ອຍຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์