01 Oct
01Oct

ອັດຕາການຖືພາໃນລາວຍັງເປັນບັນຫາເນືອງຈາກຍັງຂາດການວາງແຜນ.

ຈາກຂໍ້ມູນຂອງອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ໃຫ້ຮູ້ວ່າ: ໃນບັນດາປະເທດອາຊຽນ ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມສູງທີ່ສຸດ ປະ ມານ 83 ຕໍ່ເດັກຍິງ 1.000 ຄົນ ອາຍຸ 15-19 ປີ ທີ່ໄດ້ມີການເກີດລູກ, ອັດຕາການຕາຍຂອງແມ່ຍັງສູງ ແລະ ຄາດວ່າຈະເພີ່ມຂຶ້ນຍ້ອນຜົນກະທົບທີ່ກ່ຽວຂ້ອງ ກັບພະຍາດຕິດເຊື້ອ COVID-19 ແລະ ອື່ນໆ.

ຕາມຂໍ້ມູນຈາກ ຂປລ ໃຫ້ຮູ້ວ່າ, ສປປ ລາວ ມີການຖືພາໂດຍບໍ່ໄດ້ວາງແຜນໃນທຸກໆສອງປີ ປະມານ 286.000 ຄົນ, ສ່ວນໃຫຍ່ແມ່ນຢູ່ໃນກຸ່ມຜູ້ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການ ກ່ຽວກັບການຄຸມກຳເນີດແບບສະໝັກໃຈ ການຖືພາທີ່ບໍ່ໄດ້ວາງແຜນເປັນຈຳນວນຫລາຍ ແມ່ນໃນບັນດາແມ່ຍິງອາຍຸຍັງນ້ອຍ ແລະ ທຸກຍາກທີ່ສຸດໃນຊີວິດຂອງເຂົາເຈົ້າ ແລະ ໂອກາດຂອງພວກເຂົາກໍມີຈຳກັດຫລາຍ ຍ້ອນການຖືພາທີ່ບໍ່ໄດ້ວາງແຜນ ແລະ ເດັກນ້ອຍຍັງບໍ່ໄດ້ຮັບຜົນປະໂຫຍດຈາກໂພຊະນາການທີ່ດີ. ສະນັ້ນ, ຈຶ່ງເປັນສິ່ງທ້າທາຍສືບຕໍ່ເປັນວົງຈອນຂອງຄວາມທຸກຍາກ, ຈຳນວນການເກີດທີ່ບໍ່ໄດ້ວາງແຜນ ຄາດວ່າຈະເພີ່ມຂຶ້ນໃນປະເທດລາວ.


ພາບ: targetlaos.com

ເນື່ອງຈາກຜົນກະທົບທີ່ກ່ຽວຂ້ອງກັບການລະບາດຂອງພະຍາດ COVID-19, ໃນໄລ ຍະ 2 ປີ ຄາດວ່າຈະເພີ່ມຂຶ້ນເຖິງ 331.000 ຫລື 355.000 ການເກີດໃໝ່ທີ່ບໍ່ໄດ້ວາງແຜນ.

ໃນຂະນະທີ່ການບໍລິການ ແລະ ຜະລິດຕະພັນວາງແຜນຄອບຄົວ, ການພັດທະນາແບບຕໍ່ເນື່ອງ ແມ່ນມີຄວາມບໍ່ສະເໝີພາບ 68% ຂອງພົນລະເມືອງທີ່ອາໄສຢູ່ເຂດຊົນນະບົດ, ເຂດຫ່າງໄກຊອກຫລີກ ທີ່ບໍ່ມີເສັ້ນທາງເຂົ້າເຖິງແມ່ນເປັນສິ່ງທ້າທາຍຫລາຍທີ່ສຸດ ໃນການເຂົ້າເຖິງການບໍລິການສຸຂະພາບ. ໃນຈຳນວນແມ່ຍິງທີ່ແຕ່ງງານແລ້ວ 14% ຫລີກລ້ຽງການຖືພາບໍ່ສາມາດເຂົ້າເຖິງການຄຸມກໍາ ເນີດໄດ້.

ການບໍ່ວາງແຜນໃນການຖືພາໃນ ສປປ ລາວ ຍັງເປັນບັນຫາຕໍ່ເນືອງ.


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING