ອຸທິຍານພູຟ້າ ເປັນມໍລະດົກທາງທຳມະຊາດຂອງຊາວຜົ້ງສາລີ.
ຜົ້ງສາລີນັບວ່າເປັນແຂວງໜຶ່ງທີ່ມີທຳມະຊາດສວຍງາມຫລາຍ ແລະ ອຸທິຍານພູຟ້າກໍເປັນອີກແຫລ່ງທ່ອງທ່ຽວໜຶ່ງທີ່ມີທຳມະຊາດທີ່ສວຍງາມຫລາຍ, ນອກຈາກເປັນອຸທິຍານທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ ແລະ ລະບົບນິເວດວິທະຍາແລ້ວ ພູຟ້າຍັງເປັນມໍລະດົກອັນລ້ຳຄ່າທາງທຳມະຊາດ ແລະ ເປັນມິ່ງຂວັນຂອງຊາວເມືອງຜົ້ງສາລີ ທີ່ມີທັງຄວາມເຊື່ອ ຄຸນຄ່າທາງດ້ານຈິດໃຈ ແລະ ຄວາມກ່ຽວພັນກັນຢ່າງກົມກືນຂອງການດຳລົງຊີວິດ ລະຫວ່າງຄົນກັບທຳມະຊາດນຳອີກ. ນອກຈາກນັ້ນ ພູຟ້າເປັນໜ່ວຍພູອັນໜຶ່ງ ທີ່ຕັ້ງຢູ່ຄູ່ກັບດິນແດນຂອງແຂວງຜົ້ງສາລີ ມາແຕ່ດົນນານ ເຊິ່ງຖືກກ່າວຂານກັນວ່າເປັນພູທີ່ສັກສິດ ແລະ ສັກກາລະບູຊາຂອງຊາວຜົ້ງສາລີ ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອຂອງເທສະບານເມືອງຜົ້ງສາລີ ມີຄວາມສູງກວ່າ 1.600 ແມັດ ທຽບໃສ່ລະດັບນ້ຳທະເລ ເນື້ອທີ່ທັງໝົດ 200 ກວ່າເຮັກຕາ ປົກຄຸມໄປດ້ວຍປ່າໄມ້ທີ່ດົກໜາຂຽວງາມຕະຫຼອດປີ ເປັນທີ່ຢູ່ອາໄສຂອງສັດປ່າຫຼາຍຊະນິດ ເປັນແຫຼ່ງກຳເນີດເຄື່ອງປ່າຂອງດົງ ມີຕົ້ນໄມ້ມີຄ່າ ຕົ້ນໄມ້ເປັນຢາຫຼາກຫຼາຍຊະນິດ ທີ່ຊາວຜົ້ງສາລີເຄີຍນຳມາໃຊ້ເປັນຢາປົວພະຍາດຊະນິດຕ່າງໆ ມາແຕ່ລຸ້ນປູ່ຍ່າຕາຍາຍ.
ພາບ: vientianemai.net. ພູຟ້າມີທີ່ມາແນວໃດ ເກີດຂຶ້ນດົນປານໃດ ແມ່ນໃຜເປັນຜູ້ຕັ້ງຊື່ວ່າພູຟ້າ ບໍ່ມີໃຜຮູ້ ແຕ່ຕຳນານນິທານພື້ນບ້ານທີ່ເລົ່າປາກຕໍ່ປາກກັນມາວ່າ: ປາງກ່ອນກີ້ ຢູ່ເທິງຈອມພູແຫ່ງນີ້ຍັງມີເຄືອເຂົາໃຫຍ່ຕົ້ນໜຶ່ງຊື່ວ່າ: ເຄືອເຂົາຫຼວງ ເຄືອເຂົາດັ່ງກ່າວມີອາຍຸຫຼາຍພັນປີ ແລະ ນັບມື້ນັບປົ່ງຍອດອອກໃບສູງຂຶ້ນ ໄດ້ເລືອໄປເຖິງພະລາຊະວັງຂອງພະຍາແຖນ ພະຍາແຖນເລີຍໄດ້ສັ່ງໃຫ້ບັນດາເສນາອາມາດ ໃຊ້ມີດຕັດຍອດຂອງເຄືອເຂົາຫຼວງນັ້ນຖິ້ມ ປາກົດວ່າຍິ່ງຕັດຍອດພູເຂົາກໍຍິ່ງປົ່ງຍອດອອກໄວຂຶ້ນເລື້ອຍໆ ພະຍາແຖນເກີດມີຄວາມສົງໄສວ່າເຄືອດັ່ງກ່າວໄດ້ມາຈາກໃສ ເຫດໃດຈຶ່ງມາຮອດເມືອງພະຍາແຖນນີ້. ມື້ໜຶ່ງພະຍາແຖນໄດ້ນຳພາເສນາບໍລິວານ ຊອກຫາຕົ້ນຂອງມັນ ຫຼາຍມື້ຫຼາຍຄືນຈຶ່ງເຫັນວ່າເຄືອເຂົາຫຼວງ ຕົ້ນນີ້ມີຕົ້ນກຳເນີດຈາກພູສູງແຫ່ງໜຶ່ງໃນເມືອງມະນຸດ ຈາກນັ້ນ ພະຍາແຖນໄດ້ປະກາດໃຫ້ຊາວເມືອງຊາວບ້ານຮູ້ຈັກ ຕັ້ງແຕ່ນັ້ນມາຊາວເມືອງແຖນທັງຫຼາຍ ໄດ້ພາກັນລົງມາທ່ຽວເມືອງມະນຸດບໍ່ຂາດ ໃນເວລາດຽວກັນນັ້ນ ລູກສາວຂອງພະຍາແຖນຊື່ ກິ່ນນາລີ ກໍເຄີຍລົງມາທ່ຽວຫຼິ້ນບໍລິເວນພູສູງແຫ່ງນີ້ເຊັ່ນດຽວກັນ ຢູ່ໃກ້ຄຽງບໍລິເວນພູສູງແຫ່ງນີ້ ກໍຍັງມີໜອງນ້ຳໃຫຍ່ແຫ່ງໜຶ່ງທີ່ນາງກິ່ນນາລີ ເຄີຍລົງອາບນ້ຳໃນເວລາແດດຮ້ອນ ຈາກນິທານພື້ນບ້ານດັ່ງກ່າວ ພູສູງໜ່ວຍນີ້ສາມາດເປັນເສັ້ນທາງຂຶ້ນສູ່ເມືອງສະຫວັນຊັ້ນຟ້າ ດັ່ງນັ້ນ ຊາວບ້ານຈຶ່ງໃສ່ຊື່ພູໜ່ວຍນີ້ວ່າ ພູຟ້າ ອີງຕາມເລື່ອງນິທານດັ່ງກ່າວໜອງນ້ຳໃຫຍ່ ທີ່ກ່າວໃນນິທານນັ້ນ ຍັງປາກົດມີຢູ່ຫຼັກຫ້າ ເຊິ່ງຊາວບ້ານເຄີຍເອີ້ນໜອງນີ້ວ່າ: ໜອງກິ່ນນາລີຈົນເຖິງປັດຈຸບັນ.
ອຸທິຍານພູຟ້າ ມໍລະດົກທາງທຳມະຊາດ ແລະ ມິງຂັວນຂອງຊາວຜົ້ງສາລີ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์