ອຸທິຍານຫິນໜາມໜໍ່ຈະກາຍເປັນມໍລະດົກໂລກທາງທຳມະຊາດຂອງລາວ.
ລັດຖະບານລາວໄດ້ດຳເນີນການສະເໜີ ປ່າສະຫງວນແຫ່ງຊາດຫິນໜາມໜໍ່ ແຂວງຄຳມ່ວນ ກັບ UNESCO ເພື່ອຂໍຂື້ນທະບຽນເປັນມໍລະດົກໂລກ, ຖ້າຫາກໄດ້ຮັບການພິຈາລະນາກໍ່ຈະເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງລາວ. ໃນຂະນະດຽວກັນຮູບພາບທຳມະຊາດ ຈຳນວນຫຼວງຫຼາຍກໍກຳລັງຈະຖືກທຳລາຍດ້ວຍການພັດທະນາພື້ນຖານໂຄງລ່າງ, ການກະສິກຳ ແລະ ລວມທັງການຕັດໄມ້ ແລະ ຖ້າຫາກບໍ່ສາມາດສະກັດກັ້ນໄດ້, ແຫຼ່ງທ່ອງທ່ຽວທຳມະຊາດກໍຄົງຍັງເຫຼືອແຕ່ ເປັນພູຫິນປູນດັ່ງຫິນໜາມໜໍ່ເທິງພູຜາມ່ານ ແຂວງຄຳມ່ວນແຫ່ງນີ້.
ພາບ: www.vientianetimeslao.laລ້າສຸດກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຈ້ງໃຫ້ຮູ້ວ່າ: ອຸທິຍານແຫ່ງຊາດຫິນໜາມໜໍ່ ຢູ່ເມືອງບົວລະພາ ແຂວງຄຳມ່ວນ ຈະໄດ້ຖືກຮອງຮັບເປັນມໍລະດົກໂລກຮ່ວມ ຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຍາແກບາງ ຂອງ ສສ ຫວຽດນາມ ໃນປີ 2022.
ທ່ານທອງໃບ ໂພທິສານ ຫົວຫນ້າກົມມໍລະດົກ ກະຊວງ ຖວທ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ປະຈຸບັນເອກະສານ ແລະ ຄໍາຮ້ອງຕ່າງໆ ເພື່ອສະເໜີອຸທິຍານຫິນໜາມໜໍ່ເປັນມໍລະດົກໂລກ ແມ່ນກະກຽມສໍາເລັດແລ້ວຫຼາຍກວ່າ 50 % ແລະ ຄາດວ່າຮ່າງເອກະສານສະບັບທຳອິດຈະສາມາດສົ່ງໄປຫາອົງການ ອຸຍເນັສໂກ (Unesco ) ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໃນເດືອນກັນຍາປີ 2021 ເພື່ອກວດກາຄວາມຖືກຕ້ອງຂອງເອກະ ສານ.
ອຸທິຍານຫິນໜາມໜໍ່ຈະໄດ້ຮອງຮັບໃຫ້ເປັນມໍລະດົກໂລກປີ 2022
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์