27 Sep
27Sep

ຮ່ວມກັນກຳນົດແຜນການປັບປຸງແກ້ໄຂສຳລັບປະເທດດ້ອຍພັດທະນາ.

    ປະເທດລາວເຮົາຖືວ່າເປັນປະເທດໜຶ່ງທີ່ຍັງຢູ່ໃນເກນຂອງປະເທດທີ່ຍັງດ້ອຍພັດທະນາ ພັກ ແລະ ລັດຖະບານ ໄດ້ສຸມໃສ່ທຸກກ່ຳລັງເຫື່ອແຮງເພື່ອນຳພາປະຊາຊົນລາວໃຫ້ຫລຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ເພື່ອນຳພາປະເທດກ້າວສູ່ຄວາມສິວິໄລ ຮ່ວມກັບຫລາຍໆປະເທດ, ໃນແຕ່ລະປີກໍໄດ້ມີການປັບປຸງວາງແຜນໃນການພັດທະນາໄປເທືອລະກ້າວກັບຫລາຍໆປະເທດ.  ຕາມຂໍ້ມູນຂອງກະຊວງການຕ່າງປະເທດໃຫ້ຮູ້ວ່າ ໃນວັນທີ 17 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມທາງໄກ ຂອງ ກຸ່ມປະເທດດ້ອຍພັດທະນາ ປະຈຳປີ 2020 (The Annual 2020 High-Level Meeting of the Ministers of Foreign Affairs of the Least Developed Countries), ໂດຍ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ, ມີປະເທດຕ່າງໆເຂົ້າຮ່ວມ 47 ປະເທດ.
ພາບ: targetlaos.com
    ກອງປະຊຸມດັ່ງກ່າວແມ່ນ ກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຊຶ່ງເປັນເວທີໃຫ້ແກ່ ບັນດາລັດຖະມົນຕີຕ່າງປະເທດ ຂອງ ກຸ່ມປະເທດດ້ອຍພັດທະນາ (LDCs) ລວມທັງຜູ້ຕາງໜ້າຈາກ ບັນດາປະເທດຄູ່ຮ່ວມພັດທະນາ. ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ເພື່ອມາຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຕ່າງໆ ແລະ ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ (Istanbul Programme of Action – IPoA) ສຳລັບປະເທດດ້ອຍພັດທະນາ ຂອງອົງການ ສປຊ.    ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໜ້າຂອງ ສປປ ລາວ ໃນການຕັ້ງປະຕິບັດແຜນດຳເນີນງານ IPoA ລວມທັງຍົກໃຫ້ເຫັນບັນດາຜົນສຳເລັດ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະຜ່ານມາ.
ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ຜົນກະທົບທີ່ມາຈາກການລະບາດຂອງ ພະຍາດໂຄວິດ-19 ໂດຍສະເພາະທີ່ຕິດພັນກັບຂົງເຂດເສດຖະກິດ-ສັງຄົມ ເປັນຕົ້ນແມ່ນ ດ້ານການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ ຊຶ່ງນຳໄປສູ່ການສູນເສຍລາຍຮັບຢ່າງຫຼວງຫຼາຍສຳລັບປະເທດ ລວມໄປເຖິງຜົນກະທົບໄລຍະຍາວຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍມິຕິ.
ຮ່ວມກັນວາງແຜນແກ້ໄຂສຳລັບປະເທດດ້ອຍພັດທະນາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING