19 Sep
19Sep

ຮ່ວມເປັນເຈົ້າສັດທາປະຕິສັງຂອນ ພະທາດຖິ່ນຊ້ອຍ ເປັນຂວັນມິ່ງເມືອງ.

    ດ້ວຍຄວາມເກົ່າແກ່ຂອງພະ­ທາດຖິ່ນຊ້ອຍທີ່ຊາວບ້ານຕ່າງກໍໃຫ້ຄວາມເລື້ອມໃສສັດທາດ້ວຍຄວາມສັກສິດ ແລະ ເປັນບ່ອນຍືດໜ່ຽວຈິດໃຈຂອງປະຊາຊົນ ເມືອງປາກງື່ມ ນະ­ຄອນ­ຫຼວງວຽງຈັນ, ພະ­ທາດແຫ່ງນີ້ ເປັນມໍ­ລະ­ດົກສະ­ຖານ­ທີ່ເກົ່າແກ່ອີກແຫ່ງໜຶ່ງ ທີ່ຕິດພັນກັບປະ­ຫວັດ­ສາດແຫ່ງການຕໍ່­ສູ້ ແລະ ສ້າງ­ສາພັດ­ທະ­ນາປະ­ເທດຊາດຂອງບັນ­ພະ­ບຸ­ລຸດລາວ ຕາມຂໍ້ມູນທີ່ໄດ້ບັນ­ທຶກໄວ້.  ພະ­ທາດຖິ່ນຊ້ອຍ ສ້າງ­ຕັ້ງຂຶ້ນໃນປີ ຄສ 1570 ມາຮອດປັດ­ຈຸ­ບັນ ພະ­ທາດດັ່ງ­ກ່າວອາ­ຍຸເກືອບ 450 ປີແລ້ວ ຈຶ່ງເຮັດໃຫ້ສະ­ພາບຂອງພະ­ທາດພຸພັງອອກເກືອບໝົດ ສະ­ນັ້ນ ອົງ­ການປົກ­ຄອງເມືອງ ໂດຍພາຍໃຕ້ການນຳ­ພາຂອງທ່ານເຈົ້າຄອງນະ­ຄອນ­ຫຼວງວຽງຈັນ ພ້ອມດ້ວຍຄອບ­ຄົວ ສົມ­ທົບກັບອຳ­ນາດການປົກ­ຄອງເມືອງ ໄດ້ມີຈິດສັດ­ທາຮ່ວມກັນບູ­ລະ­ນະພະ­ທາດແຫ່ງນີ້ ກັບຄືນມາເປັນພະ­ທາດທີ່ມີຄວາມສວຍສົດງົດງາມ ຮັກ­ສາໄວ້ໃຫ້ລຸ້ນລູກລຸ້ນຫຼານໄດ້ເຫັນ ແລະ ເຄົາ­ລົບກາບໄຫວ້ບູ­ຊາສືບ­ຕໍ່ໄປ ດັ່ງ­ນັ້ນ ຈຶ່ງໄດ້ຮ່ວມໃຈກັນຈັດຕັ້ງກອງບຸນຂຶ້ນ 12 ກອງ ໃນວັນທີ 3-4 ກໍ­ລະ­ກົດຜ່ານມາ ເພື່ອເປັນການສັກ­ກາ­ລະບູ­ຊາ ຄອບໄວ້ສິ່ງສັກ­ສິດ ເຈົ້າຖິ່ນ ເຈົ້າຖານ ຖືເປັນນິ­ມິດໝາຍແຫ່ງການເປີດພິ­ທີໃນການຫ້າງຫາກະ­ກຽມ ປະ­ຕິ­ສັງ­ຂອນພະ­ທາດເຈ­ດີ ວັດຖິ່ນຊ້ອຍໃໝ່.
ພາບ: vientianemai.net.
    ຈຸດປະສົງເພື່ອແນ­ໃສ່ໃຫ້ພໍ່ແມ່ປະ­ຊາ­ຊົນຊາວເມືອງປາກງື່ມ ຕະ­ຫຼອດຮອດບັນ­ດາຜູ້ທີ່ມີຈິດ­ໃຈໃສສັດ­ທາທັງພາຍໃນ ແລະ ຕ່າງ­ປະ­ເທດ ມາຊ່ວຍສົມ­ທົບທຶນປະ­ຕິ­ສັງ­ຂອນພະ­ທາດແຫ່ງນີ້ ໃຫ້ກັບຄືນສູ່ສະ­ພາບເດີມ ເປັນຂວັນມິ່ງເມືອງໃຫ້ແກ່ຄົນລຸ້ນຕໍ່ໄປ.
ທ່ານນາງ ວິ­ໄລວອນ ຈັນ­ທະລາ­ຕີ ຫົວ­ໜ້າພະແນກຖະ­ແຫຼງຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງທ່ຽວ ນະ­ຄອນ­ຫຼວງວຽງຈັນ (ຖວທ ນວ) ໃຫ້ຮູ້ວ່າ:
ໂຄງ­ການປະ­ຕິ­ສັງ­ຂອນພະ­ທາດເຈ­ດີ ວັດຖິ່ນຊ້ອຍ ແມ່ນນອນໃນ 10 ໂຄງ­ການຂອງ ນວ ເພື່ອກະ­ກຽມໃຫ້ແກ່ງານສະ­ເຫຼີມສະຫຼຼອງ ນວ ຄົບ­ຮອບ 450 ປີ ໃນປີ 2010 ແຕ່ດ້ວຍເຫດ­ຜົນບາງດ້ານ ທີ່ຍັງບໍ່ທັນໄດ້ມີຄວາມພ້ອມ.ໂຄງ­ການດັ່ງ­ກ່າວຈຶ່ງບໍ່ທັນໄດ້ຮັບການ­ຈັດ­ຕັ້ງປະ­ຕິ­ບັດໃນໄລ­ຍະນັ້ນ ຜ່ານມາພະແນກ ຖວທ ນວ ໄດ້ສົມ­ທົບກັບກົມມໍ­ລະ­ດົກ ກົມວິ­ຈິດສິນ ແລະ ອົງ­ການປົກ­ຄອງເມືອງປາກງື່ມ ສືບ­ຕໍ່ການສຳຫຼວດ ແລະ ປຶກ­ສາຫາ­ລືແຜນ­ການບູ­ລະ­ນະປະ­ຕິ­ສັງ­ຂອນ ເຊິ່ງມາຮອດປີ 2016 ພະແນກ ຖວທ ນວ ໄດ້ສັງລວມບັນ­ດາຂໍ້ມູນທັງໝົດກ່ຽວກັບໂຄງ­ການ ເພື່ອລາຍງານຂໍທິດຊີ້ນຳຈາກການນຳ ນວ ເພື່ອລົງ­ມືປະ­ຕິ­ບັດ ເຊິ່ງພະແນກ ຖວທ ນວ ໄດ້ຂຽນເປັນໂຄງ­ການສະ­ເໜີຂໍອະ­ນຸ­ມັດງົບ­ປະ­ມານ ເພື່ອມາເຮັດຮົ້ວ ແລະ ບູ­ລະ­ນະເບື້ອງຕົ້ນ.
ຮ່ວມທືນສັດທາໃນການບູລະນະພະທາດຖິ່ນຊ້ອຍເມືອງປາກງືມ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING