30 Aug
30Aug

ເຂດເສດຖະກິດພິເສດບຶງທາດຫລວງ ຈະຊ່ວຍດຶງດູດນັກທ່ອງທ່ຽວເຂົ້າມາ ສປປ ລາວ ຫລາຍຂຶ້ນ.

ໂຄງການພັດທະນາເຂດເສດຖະກິດພິເສດບຶງທາດຫລວງ, ເຊິ່ງຕັ້ງຢູ່ໃຈກາງຕົວເມືອງນະ ຄອນຫລວງວຽງຈັນ ທີ່ຈະພັດທະນາເປັນຕົວເມືອງໃໝ່ທັນສະໄໝ ຄາດວ່າຈະສຳເລັດການກໍ່ສ້າງທັງໝົດພາຍໃນປີ 2030 ແລະ ຈະສາມາດດຶງດູດບັນດານັກທ່ອງທ່ຽວເຂົ້າມາ ສປປ ລາວ ນັບມື້ນັບຫລາຍຂຶ້ນ.
ໂຄງການພັດທະນາເຂດເສດຖະກິດພິເສດ ບຶງທາດຫລວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 25 ສິງຫາ 2020 ນີ້ວ່າ: ການພັດທະນາໂຄງການດັ່ງກ່າວ, ແມ່ນເລີ່ມມາແຕ່ປີ 2012 ແລະ ມາຮອດປັດຈຸບັນ ໄດ້ສຳເລັດການກໍ່ສ້າງຫລາຍຢ່າງ ເຊັ່ນ:
ການປັບໜ້າດິນພື້ນທີ່ໂຄງການທັງໝົດ, ການກໍ່ສ້າງເສັ້ນທາງ 30 ກິໂລແມັດພາຍໃນເຂດ, ການກໍ່ສ້າງພື້ນຖານໂຄງລ່າງໃຕ້ດິນທັງໝົດ, ສໍາເລັດການກໍ່ສ້າງອາພາດເມັ້ນບຶງທາດຫລວງ, ຕະຫລາດກະສິກໍາ, ຖະໜົນການຄ້າ ແລະ ອື່ນໆ.
ພາບ: ອ່າຍຄຳ
ເຂດດັ່ງກ່າວມີເນື້ອທີ່ທັງໝົດ 365 ເຮັກຕາ, ເຊິ່ງການພັດທະນາປະກອບ ມີ: ອາຄານຫ້ອງການ, ຮ້ານຊັບພະສິນຄ້າ, ໂຮງແຮມ, ສະຖານທີ່ບັນເທີງ, ທີ່ພັກອາໄສ, ໂຮງໝໍ, ໂຮງຮຽນ, ວັດວາອາຮາມ, ສະຖາບັນການເງິນ, ສະຖານທີ່ພັກຜ່ອນ ແລະ ອື່ນໆຕາມອົງປະກອບຂອງຕົວເມືອງໃໝ່ສາກົນທັນສະໃໝ່ ທີ່ ກົມກືນກັບວັດທະນະທຳທ້ອງຖິ່ນ.
ພາຍຫຼັງທີ່ສ້າງສໍາເລັດຄາດວ່າຈະສາມາດດືງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແລະ ຈະເປັນແຫຼ່ງທ່ອງທ່ຽວທີ່ສວຍງາມ, ຈະສາມາດຮອງຮັບຄົນເຂົ້າມາພັກອາໄສ, ມາເຮັດວຽກ ແລະ ເຮັດທຸລະກິດຢູ່ເຂດນີ້ເຖິງ 3 ແສນກວ່າຄົນ. ພ້ອມກັນນັ້ນ, ກໍຈະສາມາດສ້າງວຽກເຮັດງານທໍາເຖິງ 5.000-10.000 ຕຳແໜ່ງ.
ບຶງທາດຫລວງໃໝ່ຈະຊ່ວຍດຶງດູດນັກທ່ອງທ່ຽວເຂົ້າລາວຫລາຍຂຶ້ນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING