ທຸກຄົນທີ່ເຂົ້າມາລາວຕ້ອງມີໃບຢັ້ງຢືນກວດສຸຂະພາບຈາກປະເທດທີ່ມາ.
ດັ່ງທີ່ເຮົາໄດ້ຍິນຂ່າວດີກັນມາແລ້ວກ່ຽວກັບການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ, ແຕ່ກໍ່ຕ້ອງຍັງໄດ້ເຟົ້າລະວັງກ່ຽວກັບການເຂົ້າອອກຢ່າງເຂັ້ມງວດໂດຍທາງກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເຖິງແມ່ນວ່າຢູ່ ສປປລາວ ຈະສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວກໍ່ຕາມ ໂດຍ 19 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວແມ່ນສາມາດປິ່ນປົວດີແລ້ວ ແລະ ສາມາດກັບບ້ານໄດ້ແລ້ວ.
ແຕ່ເຖິງຢ່າງໃດກໍ່ຕາມໃນຕໍ່ໜ້າໄປນັບຈາກນີ້ທາງກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງຍັງຕ້ອງໄດ້ສືບຕໍ່ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດຄືເກົ່າໂດຍສະເພາະການເຝົ້າລະວັງຜູ້ທີ່ມາຈາກຕ່າງປະເທດເຂົ້າມາລາວນີ້ຈະແມ່ນມາດຕະການຫຼັກ ຫຼື ສໍາຄັນທີ່ສຸດ ທີ່ເລັ່ງໃສ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ກັບຄືນມາແຜ່ລະບາດຄືນໃໝ່ໃນຕໍ່ໜ້າ.
ພາບ: ວຽງຈັນທາຍທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃນບໍ່ດົນມານີ້ກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ໃນຕໍ່ໜ້າວ່າ: ຫຼາຍປະເທດຍັງມີການແຜ່ລະບາດຄືນໃໝ່ຂອງພະຍາດດັ່ງ
ກ່າວ, ບາງປະເທດມີການແຜ່ລະບາດຄືນໃໝ່ ເຖິງ 3-4 ເທື່ອແລ້ວກໍ່ມີ ດັ່ງນັ້ນມາດຕະການປ້ອງກັນພະຍາດດັ່ງກ່າວໃນຕໍ່ໜ້າ ທາງລັດຖະບານ ໂດຍສະເພາະກະຊວງສາທາລະນະສຸກ ຍັງຕ້ອງໄດ້ເຮັດວຽກໜັກຄືເກົ່າເພື່ອບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາແຜ່ລະບາດຢູ່ລາວເປັນເທື່ອທີ 2.
ການເຂົ້າປະເທດລາວຕ້ອງມີໃບຢັ້ງຢືນກວດສຸຂະພາບຈາກປະເທດມາຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์