ເຂົ້າໄກ່ນ້ອຍສິນຄ້າຂອງແຂວງຊຽງຂວາງ ຈັດຕັ້ງໂຄງການສົ່ງເສີມຈິງຈັງ.
ແຂວງຊຽງຂວາງເຂົ້າໄກ່ນ້ອຍຖືວ່າເປັນສັນຍາຂອງແຂວງເລີຍ ແລະ ກຳລັງເປັນທີ່ນິຍົມຂອງຜູ້ບໍລິໂພກນັບມື້ສູງຂຶ້ນ ບໍ່ພຽງນຳໃຊ້ກິນໃນຊີວິດປະຈຳວັນເທົ່ານັ້ນ ແຕ່ເລີ່ມໄດ້ມີການນຳໃຊ້ເຂົ້າໃນໂຮງງານອຸດສາຫະກຳ ເຊິ່ງນັ້ນກາຍເປັນທ່າແຮງສຳຄັນທາງການຕະຫຼາດໃຫ້ປະຊາຊົນຊາວນາມີແຮງສູ້, ພາກລັດເອງກໍມີການຈັດຕັ້ງໂຄງການສົ່ງເສີມການປູກຢ່າງຈິງຈັງ.
ຕາມຂ່າວໃຫ້ຮູ້ວ່າ: ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຊຽງຂວາງ ຮ່ວມກັບ ກົມຊັບສິນທາງປັນຍາ ແລະ ອົງການພັດທະນາຂອງຝຣັ່ງ ( AFD ) ໄດ້ເປີດກອງປະຊຸມ ກ່ຽວກັບການເຜີຍແຜ່ໂຄງການສົ່ງເສີມ ແລະ ປົກປ້ອງຖິ່ນກຳເນີດເຂົ້າໄກ່ນ້ອຍ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມທີ່ຢູ່ໃນເປົ້າໝາຍຂອງໂຄງການ ແລະ ທັງເປັນກິດຈະກຳໜຶ່ງທີ່ໄດ້ຮັບການສະໜັບສະໜູນຈາກອົງການພັດທະນາຂອງຝຣັ່ງ ພາຍໃຕ້ການຊີ້ນໍາໆພາໃນການຈັດຕັ້ງປະຕິບັດໂດຍອົງການແກຣດ ( Gret ).
ຮູບ: ພວຕ ແຂວງຊຽງຂວາງໂຄງການດັ່ງກ່າວນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສິນຄ້າຖິ່ນກຳເນີດ ໂດຍສະເພາະແມ່ນເຂົ້າໄກ່ນ້ອຍ, ສະມາຄົມ, ຜູ້ຜະລິດ ແລະ ຜູ້ປະກອບການເຫັນໄດ້ເຖິງ ຄວາມສຳຄັນ ແລະ ຄຸນປະໂຫຍດຂອງເຂົ້າໄກ່ນ້ອຍ ເປັນເຂົ້າຊະນິດໜຶ່ງທີ່ໄດ້ຈົດທະບຽນຖິ່ນກຳເນີດ, ທັງເປັນເຂົ້າທີ່ມີຄຸນນະພາບສູງຕໍ່ການພັດທະນາເສດຖະກິດ – ສັງຄົມຂອງແຂວງກໍຄືພາຍໃນ ແລະ ຕ່າງປະເທດ ແນໃສ່ເຮັດໃຫ້ສະມາຄົມເຂົ້າໄກ່ນ້ອຍ, ຜູ້ຜະລິດ ແລະ ຜູ້ປະກອບການນຳເອົາໄປຜັນຂະຫຍາຍເຜີຍແຜ່ສົ່ງເສີມ ແລະ ປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍໃຫ້ຍືນຍົງຕະຫຼອດໄປ.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์