30 Oct
30Oct

ເຂົ້າ ຫລາມປີ້ງໄກ່ໃນໂອກາດບຸນທາດຫລວງ ຍັງຂາຍໄດ້ປົກກະຕິ ຕາມຈຸດທີ່ກຳນົດໄວ້.

    ຕາມການຖະແຫຼ່ຂອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ການຂາຍເຂົ້າຫລາມປີ້ງໄກ່ ລວມເຖິງການຂາຍເຂົ້າປຸ້ນ ແລະຕົ້ມໄກ່ໃນມື້ໃສ່ບາດໃນງານບຸນນະມັດສະການພະທາດຫລວງວຽງຈັນປະຈຳປີນີ້ ຍັງມີປົກກະຕິຄືທຸກປີຜ່ານມາ ແຕ່ຕ້ອງຂາຍພາຍໃນຂອບເຂດ ແລະຈຸດທີ່ຄະນະກຳມະການຮັບຜິດຊອບກຳນົດໃຫ້ຊື່ງຈະຢູ່ໃນບໍລິເວນເຂດກົມມະລຽນ, ເຂດວັດທາດຫລວງໃຕ້ ແລະ ບ້ານຊົງລາວເບື້ອງລຸ່ມພະທາດຫລວງເທົ່ານັ້ນ, ສ່ວນຢູ່ບໍລິເວນຮອບນອກຮົ້ວສະໜາມຫລວງ ລວມທັງທາງຄົນຍ່າງເຂດບໍລິເວນອ້ອມຮອບຈະບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງຄືທຸກປີຜ່ານມາ.
DooDiDo
    ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ: ການຈັດງານບຸນນະມັດສະການພະທາດຫລວງວຽງຈັນ, ປະຈໍາປີນີ້ ແມ່ນເນັ້ນໜັກໃສ່ການຮັກສາຮີດຄອງປະເພນີເທົ່ານັ້ນ ສ່ວນງານຕະຫລາດນັດວາງ ສະແດງສິນຄ້າ, ການຂາຍເຄື່ອງດື່ມທີ່ມີທາດເຫລົ້າ ແລະງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ.ສ່ວນຮ້ານຂາຍອາຫານ, ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ,ຮ້ານຂາຍດອກໄມ້, ທູບທຽນ ເພື່ອບູຊາ ລວມເຖິງຮ້ານຂາຍເຂົ້າຫລາມປີ້ງໄກ່ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫລາຍຈຸດ ຊຶ່ງຄະນະຮັບຜິດຊອບກໍ່ຄືອະນຸກຳມະການງານບຸນໄດ້ກຳນົດ ແລະຈັດສັນໄວ້ຢ່າງລະອຽດ ເພື່ອຫລີກເວັ້ນຄວາມສ່ຽງ ແລະປ້ອງກັນພະຍາດໂຄວິດ19.
ຊີ້ແຈງກ່ຽວກັບການຂາຍເຂົ້າ ຫລາມປີ້ງໄກ່ໃນໂອກາດບຸນທາດຫລວງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING