ການຫາປາແບບພື້ນບ້ານດ້ວຍເຄື່ອງມືທີ່ຜະລິດຈາກໄມ້ປ່ອງ
ປະຊາຊົນລາວເຮົາຕາມຊົນນະບົດສ່ວນຫລາຍແມ່ນຍັງອາໄສທໍາມະຊາດເປັນຫຼັກ ໂດຍສະເພາະແມ່ນການຊອກຢູ່ຫາກິນ, ນັ້ນກໍ່ເກີດຈາກການເຝົ້າສັງເກດທຳມະຊາດ ໂດຍສະເພາະແມ່ນການຫາສັດນ້ຳຕາມແມ່ນ້ຳລຳເຊ, ຫ້ວຍໜອງຄອງບືງ, ທົ່ງນາ ຕາມລະດູການຕ່າງໆ. ດັ່ງນັ້ນຈື່ງເກີດພູມປັນຍາອັນຫຼາກຫຼາຍເພື່ອຜະລິດເຄື່ອງມືໃນການຈັບ ຫຼື ດັກ ເອົາປາ, ປູ, ກົບ ແລະ ສັດນ້ຳອື່ນ.ພາບ: : phakhaolao.la
ເຄື່ອງມືດັ່ງກ່າວນີ້ສ່ວນຫຼາຍກໍ່ແມ່ນຜະລິດມາຈາກໄມ້ປ່ອງ, ເພາະເປັນໄມ້ທີ່ຫາໄດ້ງ່າຍໃນທ້ອງຖີ່ນ ແລະ ເໝາະສົມກັບການຜະລິດ, ຈັກສານໃຫ້ເໝາະກັບປະເພດສັດນ້ຳທີ່ຕ້ອງການຈັບ. ອຸປະກອນ ຫຼື ເຄື່ອງມືຫາປາ ມີຫຼາຍປະເພດເຊັ່ນ: ຂ້ອງ, ສຸ່ມ, ໄຊ, ຫຼີ, ແງບກົບ, ບັງລັນ, ຕຸ້ມ, ລອບ ແລະ ອື່ນໆ. ນອກນັ້ນກໍ່ເປັນສ່ວນປະກອບໃນອຸປະກອນຫາປາຕ່າງໆເຊັ່ນ: ຄັນກະດຸ້ງ, ຂອບສະຫວິງ, ຄັນເບັດ ແລະ ອື່ນໆ. ເຄື່ອງມືຫາປາເຫຼົ່ານີ້ແມ່ນຜະລິດຂື້ນມາເພື່ອຮັບໃຊ້ພາຍໃນຄອບຄົວ ເພື່ອລ້ຽງຊິບຕາມຊົນນະບົດ. ການຈັບເພື່ອພໍ່ກຸ້ມຢູ່ກຸ້ມກິນຈະເຮັດໃຫ້ສັດນໍ້າບໍ່ດັບສູນ. ແຕ່ກົງກັນຂ້າງໃນປະຈຸບັນໄດ້ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຫາປາ ເຮັດໃຫ້ຈຳນວນສັດນ້ຳຫຼຸດລົງໄວວາ. ດັ່ງນັ້ນພວກເຮົາຄວນຫວນຄືນສູ່ອາດິດ ເພື່ອຟູຟື້ນທຳມະຊາດ ໂດຍສະເພາະແມ່ນສັດນ້ຳ.
ການຫາປາແບບພື້ນບ້ານດ້ວຍເຄື່ອງມືທີ່ເປັນພູມປັນຍາຊາວບ້ານຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู: https://doodido.com/
UFABET: https://www.ufabet369.net/ufabet/
แทงบอล: https://www.ufabet369.net/
ดูบอล: https://zonedooball.com/
ดูหนัง HD: https://moviesdoofree.com/