ດັ່ງທີ່ເຮົາຮູ້ ແລະ ປະສົບພົບພໍ້ຕົວຈິງດ້ວຍຕົວເອງຢູ່ໃນປະຈຸບັນນີ້, ຄ່າເງິນກີບຂອງ ລາວ ເຮົາອ່ອນຄ່າລົງຫລາຍເມື່ອທຽບກັບສະກຸນເງິນອື່ນໆ ເປັນຕົ້ນແມ່ນຖ້າທຽບໃສ່ສະກຸນເງິນໂດລາສະຫະລັດ ແລະ ໂດຍສະເພາະແມ່ນສະກຸນເງິນບາດຂອງປະເທດໄທ ເຊິ່ງເປັນປະເທດເພືອນບ້ານຂອງເຮົາເອງ ແລະ ຫລາຍໆສິນຄ້າແມ່ນໄດ້ນຳເຂົ້າມາຈາກປະເທດໄທ, ຈາກຄ່າເງິນກີບທີ່ຕ່ຳລົງຫລາຍເຮັດໃຫ້ການນຳເຂົ້າສົ່ງອອກໄດ້ຮັບຜົນກະທົບຫລາຍ.
ເຮົາມາເບິ່ງການຄ້າຊາຍແດນໄທ-ລາວຕັ້ງຮັບ ຄ່າເງິນກີບຫຼຸດ-Lockdown ກົດສົ່ງອອກ-ນໍາເຂົ້າໃນຮອບ 5 ເດືອນຫຼຸດທຶນຫຼາຍ ຫໍການຄ້າສະເໜີໃຫ້ໜອງຄາຍໂມເດລ ເປີດດ່ານເພີ່ມຮັບພໍ່ຄ້າຊາຍແດນເຂົ້າມາຊື້ຂາຍມື້ລະ 250 ຄົນ. ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດນະຄອນຫຼວງວຽງຈັນ ລາຍງານສັນຍານ ສປປ.ລາວ ກັງວົນ ບັນຫາເງິນກີບຜັນຜວນທີ່ສຸດໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ ໂດຍມີອັດຕາແລກປ່ຽນກັບ 1 ບາດໄທ ທີ່ເລດ 301.99 ກີບ ໃນຕົ້ນປີ ວັນທີ 2 ມັງກອນ 2020 ທີ່ຜ່ານມາ ແລະ ອ່ອນຄ່າໄປຢູ່ທີ່ 312.73 ໃນວັນທີ 17 ມິຖຸນາ 2020 ລ່າສຸດລົງໄປທີ 314.74 ກີບ ໃນ ວັນທີ 2 ກໍລະກົດນີ້.
ນັກເສດຖະສາດ ສປປ.ລາວແຈ້ງໃຫ້ຮູ້ວ່າ ເສດຖະກິດລາວໃນໄລຍະໂຄວິດ-19 ບວກກັບຍັງມີມາດຕະການ Lockdown ເຮັດໃຫ້ບັນດາດ່ານ ແລະ ຊາຍແດນຕ່າງໆປິດຊົ່ວຄາວ ເຊິ່ງເຮັດໃຫ້ຄວາມຕ້ອງການສິນຄ້າອຸປະໂພກທີ່ຕ້ອງນໍາເຂົ້າມີເພີ່ມຂຶ້ນ ລວມໄປເຖິງອັດຕາການແລກປ່ຽນເງິນຕານອກລະບົບມີລາຄາທີ່ສູງຫຼາຍ ເຊິ່ງຕ່າງອັດຕາແລກປ່ຽນໃນລະບົບທະນາຄານ ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ອັດຕາເງິນກີບຫຼຸດລົງໜັກ ແລະ ຮຽກຮ້ອງໃຫ້ສົ່ງເສີມການຜະລິດພາຍໃນຫຼາຍຂຶ້ນ.
ຄ່າເງິນກີບຜັນຜວນ ແລະ ອ່ອນລົງຕໍ່ເນື່ອງໃນຮອບ 4 ປີ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido