ເງິນທີ່ບໍ່ຖືກຕ້ອງຮົ່ວໄຫຼໃນລາວ ສ່ວນຫຼາຍເກີດຈາກ3 ຂະແໜງການໃຫຍ່.
ປະເທດລາວ ເປັນປະເທດທີ່ກຳລັງພັດທະນາ ເຮັດໃຫ້ມີຄວາມຕ້ອງການທຶນຈຳນວນຫຼາຍ ເຂົ້າໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍຕ່າງໆຈຶ່ງມີຄວາມສ່ຽງ ໃນການບິດເບືອນລາຄາຂອງບັນດາໂຄງການຕ່າງໆ, ການຊໍາລະສະສາງ ໃນຕົວເລກທີ່ສູງ ເຊິ່ງກໍ່ໃຫ້ເກີດການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງ ແລະ ອື່ນໆ.
ທ່ານ ວັນໄຊ ໄຊຍະວົງ ຫົວໜ້າພະແນກຕິດຕາມ ແລະ ພະຍາກອນເສດຖະກິດ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກໍໄດ້ກ່າວເມື່ອບໍ່ດົນມານີ້ ກ່ຽວກັບການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງວ່າ: ຜ່ານການຄົ້ນຄວ້າກ່ຽວກັບເລື່ອງດັ່ງກ່າວພົບວ່າ ບັນຫາການຮົ່ວໄຫຼຂອງເງິນທີ່ບໍ່ຖືກຕ້ອງເກີດຈາກ 3 ຂະແໜງການໃຫຍ່ຄື: ການຄ້າ, ອາດຊະຍາກຳ ແລະ ສໍ້ລາດບັງຫຼວງ.
ພາບປະກອບ: targetlaos.comການຄ້າ ແມ່ນກ່ຽວກັບ ການບິດເບືອນລາຄາຂອງສິນຄ້າ, ຄຸນນະພາບຂອງສິນຄ້າ, ປະລິມານຂອງສິນຄ້າ ແລະ ອັດຕາແລກປ່ຽນເງິນຕາ. ອາດຊະຍາກຳ ແມ່ນກ່ຽວກັບ ການຄ້າ-ຂາຍຢາເສບຕິດ, ອາວຸດເຖື່ອນ ແລະ ການລັກລອບຕ່າງໆ. ການສໍ້ລາດບັງຫຼວງ ແມ່ນເກີດຈາກການຮັບສິນບົນ, ໂຄງການມີມູນຄ່າສູງກວ່າຄວາມເປັນຈິງ ແລະ ອື່ນໆ.
3 ຂະແໜງການໃຫຍ່ທີ່ເງິນບໍ່ຖືກຕ້ອງຮົ່ວໄຫຼໃນ ສປປ ລາວ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์