19 Jun
19Jun

ຄໍາວ່າ: ເງິນເຟີ້ ແລະ ເງິນຝືດ ມີຄວາມໝາຍຈັງໃດ ?

ໃຜທີ່ອ່ານຂ່າວ ຫຼື ຟັງຂ່າວກ່ຽວກັບເສດຖະກິດການເງິນໄລຍະນີ້ກໍ່ອາດຈະຮູ້ວ່າປັນຫາເລື່ອງເສດຖະກິດຂອງໂລກບໍ່ວ່າຈະເປັນປະເທດໃດກໍ່ຕາມລ້ວນແລ້ວແຕ່ພົບກັບວິກິດການທາງດ້ານເສດຖະກິດຕົກຕໍ່າ ສະນັ້ນ, ປະເທດລາວຍັງເປັນປະເທດທີ່ນຳຫຼັງຫລາຍໆປະເທດພໍສົມຄວນ ແລະ ປະຈຸບັນນີ້ເງິນກີບກໍ່ຖືວ່າຕ່ຳລົງຫລາຍ, ທັງຍັງເປັນບັນຫາທີ່ພະນັກງານຫລາຍຄົນທັກທ້ວງກັນຢູ່ເນື່ອງຈາກຄ່າເງິນກີບທີ່ເຟີ້ ແລະ ຄ່າຄອງຊີບທີ່ນັບມື້ນັບສູງຂື້ນຖືວ່າລາວເຮົາກໍາລັງພົບກັບບັນຫາທາງດ້ານເງິນເຟີ້ຫລາຍເຕີບ.
ສະນັ້ນໃນນີ້ເຮົາຈະມາເວົ້າ ແລະ ມາອະທິບາຍກ່ຽວກັບຄຳສັບທີ່ວ່າ ເງິນເຟີ້ ແລະ ເງິນຝືດກັນ, ດັ່ງທີ່ໄດ້ເວົ້າມາແລ້ວ, ດ້ວຍລາຍຮັບໜ້ອຍ ແຕ່ ລາຍຈ່າຍຫຼາຍ ຄ່າຄອງຊີບສູງ ຄ່າແຮງງານໃນບັນດາໂຮງຈັກໂຮງງານ ແມ່ນແຕ່ພະນັກງານຂອງລັດເອງກໍ່ຖືວ່າຍັງຕໍ່າຢູ່ສ່ວນຄ່າເງິນໂດລາ ແລະ ເງິນບາດຂອງໄທສູງຂື້ນຫລາຍກໍ່ເລີຍເກີດສະພາວະເງິນກີບຕ່ຳລົງ ເອີ້ນວ່າ “ເງິນເຟີ້” ແລະ ເຮັດໃຫ້ການຈັບຈ່າຍຂອງປະຊາຊົນຕ້ອງໄດ້ປະຫຍັດມະທະຢັດຈົນເຮັດໃຫ້ກາຍເປັນສະພາບເອີ້ນວ່າ “ເງິນຝືດ” ເກີດຂຶ້ຍຢ່າງໃນປັດຈຸບັນ ສະນັ້ນ, ເຮົາມາຮູ້ຈັກຄວາມໝາຍຂອງເງິນເຟີ້ ແລະ ເງິນຝືດນໍາກັນເລີຍ.

ເວົ້າລາວກັນ
1. ເງິນເຟີ້ ຄື:
ພາວະການທີ່ລະດັບລາຄາສິນຄ້າ ແລະ ການບໍລິການໂດຍທົ່ວໄປເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫາກເງິນເຟີ້ເພີ່ມຂຶ້ນແຕ່ພຽງເລັກນ້ອຍ ເປັນປົກກະຕິຈະສ້າງແຮງຈູງໃຈແກ່ຜູ້ປະກອບການ. ແຕ່ເພີ່ມຂຶ້ນຫຼາຍ ແລະ ຜັນຜວນ ກໍ່ຈະສ້າງຄວາມບໍ່ແນ່ນອນ ແລະກໍ່ໃຫ້ເກີດປັນຫາຕໍ່ລະບົບເສດຖະກິດໂດຍສະເພາະການຄອງຊີບຂອງປະຊາຊົນ ແລະ ການຂາດສະຖຽນລະພາບທາງເສດຖະກິດ ເຊິ່ງເປັນອຸປະສັກຕໍ່ການພັດທະນາເສດຖະກິດ.
2.ເງິນຝືດ ຄື:
ພາວະການທີ່ລະດັບລາຄາສິນຄ້າ ແລະ ການບໍລິການຫຼຸດລົງຢ່າງຕໍ່ເນື່ອງຊຶ່ງມີຄວາມໝາຍກົງກັນຂ້າມກັບຄໍາວ່າເງິນເຟີ້ ທັງນີ້ອາດມີສາເຫດຫຼາຍປະການ ເຊັ່ນ: ການເພີ່ມຂຶ້ນຂອງອຸປະທານ ການຫົດຕົວຂອງອຸປະສົງ ການຫຼຸດລົງຂອງຕົ້ນທຶນ ຈາກປັດໃຈອັດຕາແລກປ່ຽນຫຼືມາດຕະການປັບຫຼຸດພາສີ ແລະ ການທີ່ປະລິມານເງິນໝູນວຽນມີບໍ່ພຽງພໍຕໍ່ຂະໜາດຂອງລະບົບເສດຖະກິດເປັນຕົ້ນ.
ອະທິບາຍພາສາລາວຄໍາວ່າ: ເງິນເຟີ້ ແລະ ເງິນຝືດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING