ຫລັງຈາກທີ່ຮັບນັກສຶກສາທີ່ມາຈາກ ສສ ຫວຽດນາມ ແລະ ມາຈາກລາຊະອານາຈັກໄທຈ່ຳນວນໜືງ ແລະ ນັກສືກສາທັງໝົດກໍ່ໄດ້ປະຕິບັດຕາມລະບຽບຄຳສັ່ງໃຫ້ກັກຕົວ 14 ວັນ. ແລະ ການກັກຕົວກໍ່ຄົບຕາມກ່ຳນົດເປັນທີ່ຮຽບຮ້ອຍແລ້ວ.
ພາບ: kaomainews.com
ສະນັ້ນ, ວັນທີ 11 ເມສາ 2020 ຜ່ານມາຄະນະສະເພາະກິດເພື່ອປ້ອງກັນ ແລະຕ້ານການລະບາດຂອງພະຍາດໄວລັດໂຄວິດ-19 ຂອງແຂວງເຊກອງ ໄດ້ມີພິທີສົ່ງຕົວນັກສຶກສາທີ່ມາຈາກ ສສ ຫວຽດນາມ ແລະ ມາຈາກລາຊະອານາຈັກໄທ ຈໍານວນ 9 ຄົນ, ຍິງ 3 ຄົນ ທີ່ຢູ່ຄົບກຳນົດການກັກຕົວ14 ວັນ ເພື່ອເຝົ້າລະວັງ ພະຍາດໂຄວິດ_ 19ກັບຄືນບ້ານ.
ດັ່ງນັ້ນ, ທາງພະແນກ ສາທາລະນະສຸກແຂວງຈີ່ງໄດ້ອອກໃບຢັ້ງຢືນຈາກແພດໝໍ ໃຫ້ນັກສຶກສາຈໍານວນດັ່ງກ່າວສາມາດ
ກັບບ້ານໄດ້ ເພາະວ່າຜ່ານການຕິດຕາມກວດກາມາພວກກ່ຽວແມ່ນບໍ່ມີເຊື້ອພະຍາດຫຍັງ ແລະ ບໍ່ມີການແຊກຊ້ອນໃດໆ.ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍທ່ານ ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ ມີບັນດາທ່ານຄະນະສະເພາະກິດຂັ້ນແຂວງ, ເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.ໃນໂອກາດດຽວກັນນີ້ ທ່ານ ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ໄດ້ກ່າວຮຽກຮ້ອງໃຫ້
ເບິ່ງລາຍລະອຽດໄດ້ທີ່: ເຊກອງມອບໃບຢັ້ງຢືນ ການແພດ ໃຫ້ນັກສຶກສາລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido