ໄປທ່ຽວທະເລຂອງເມືອງລາວ ອ່າງນ້ຳງືມແຂວງວັນຈັນ.
ຫາກວ່າເປັນຄົນລາວ, ຫລາຍໆຄົນຄົງຈະເຄີຍໄດ້ຍິນຜ່ານຫູກັນມາແດ່ແລ້ວວ່າ ທະເລລາວ, ແລະ ຫລາຍໆຄົນຄົງເຄີຍໄປມາແລ້ວ, ນັ້ນກໍ່ອ່າງນ້ຳງືມ ຫລື ເຄືອນນ້ຳງືມນັ້ນເອງເນືອງຈາກວ່າເປັນນ້ຳທີ່ໃຫຍ່ ແລະ ກ້ວາງຂວາງ ແລະ ມີໜູ່ເກາະ ເລັກໆນ້ອຍໆຫລາຍ ເລີຍເຮັດໃຫ້ຫລາຍໆຄົນເອີ້ນວ່າ ທະເລລາວ, ເຊິງເຂື່ອນນ້ຳງື່ມ 1 ໄດ້ກັ້ນນ້ຳງື່ມຢູ່ໃນບໍລິເວນແຂວງວຽງຈັນ, ເຊິ່ງຍອດນ້ຳງື່ມແທ້ໆ ແມ່ນມາແຕ່ແຂວງຊຽງຂວາງ.
ຫຼັງຈາກການກັ້ນນ້ຳງື່ມ ທາງໜ້າເຂື່ອນຈຶ່ງກາຍເປັນທະເລສາບຂະໜາດໃຫຍ່ ສຸດສາຍຫູສາຍຕາ ມີເກາະດອນຢັ້ງຢາຍທົ່ວໄປເປັນບ່ອນ ແທ້ໆແລ້ວ ບັນດາເກາະດອນນີ້ກໍ່ຄື ຈອມພູທີ່ເຫຼືອຈາກການຖືກນ້ຳຖ້ວມນັ້ນເອງ ຕອນນີ້ຈຶ່ງກາຍເປັນບ່ອນພັກຜ່ອນ ແລະ ບ່ອນທ່ອງທ່ຽວ ທີ່ສ້າງລາຍໄດ້ໃຫ້ກັບພໍ່ຄ້າແມ່ຂາຍແຖວນັ້ນ ເຊິ່ງມີທັງຮ້າຍຂາຍເຄື່ອງ, ເຮືອແພ, ເຮືອນຳທ່ຽວ ທີ່ມີທັງຊະນິດທີ່ນັ່ງໄປລ້າໆ ກັບຊະນິດທີ່ນັ່ງໄປກິນໄປ ສຳລັບລາຄາຄ່າເຊົ່າເຮືອກໍບໍ່ແພງ ພໍໄປພໍມາຢູ່ ສ່ວນທີ່ພັກກໍມີໂຮງແຮມແດນສະຫວັນ ຣີສອດ ໃຫ້ບໍລິການ ໄດ້ມາດຕະຖານສູງ ກິດຈະກໍາທີ່ນັກທ່ອງທ່ຽວທີ່ນິຍົມຫຼາຍໃນການໄປພັກຜ່ອນ, ລ່ອງເຮືອ,ກິນປາ, ຂີ່ເຈ໌ດສະກີ, ທ້າຍອາທິດກັບຄອບຄົວ ແລະ ໝູ່ເພື່ອນ.
ພາບ: laopost.comເສັ້ນທາງການທ່ອງທ່ຽວທະເລສາບ ແມ່ນ ມີໃຫ້ແວ່ຈຸດຊົມວິວ ເປັນອາຄານສີຂາວໂລ່ງ ມີຂັ້ນໄດຂຶ້ນເປັນກຽວກ້ຽວຂຶ້ນຕັ້ງຢູ່ກາງທະເລສາບ ແລະ ມີແຫຼ່ງທ່ອງທ່ຽວອີກສອງແຫ່ງຄື ດອນທ້າວ ແລະ ດອນນາງ. ຟັງຊື່ແລ້ວອາດຈະຈິນຕະນາການ ວ່າເປັນດອນທີ່ີມີເລື່ອງ ລາວກ່ຽວກັບຄວາມຮັກຂອງບ່າວສາວ ຫຼື ນິທານຕຳນານຮັກພື້ນເມືອງຢ່າງແນ່ນອນ ແຕ່ຄວາມຈິງແລ້ວຜູ້ອ່ານຫຼາຍທ່ານກໍຄົງຈະຮູ້ວ່າ ນັ້ນເປັນບ່ອນທີ່ກັບຂັງນັກໂທດ ທີ່ີມີການເຝິກສອນວິຊາຊີບຈັກສານຕ່າງໆໃຫ້ເປັນຢ່າງດີ.
ໄປທ່ຽວທະເລຂອງເມືອງລາວ ອ່າງນ້ຳງືມແຂວງວັນຈັນ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์