ງານບຸນນະມັດສະການຜາສາດເຮືອນຫີນ ປະຈໍາປີ 2020
ຜາສາດເຮືອນຫີນແຫ່ງນີ້ ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງຫ່າງຈາກສະຫວັນນະເຂດ ມາທາງທິດໃຕ້ປະມານ 90 ກິໂລແມັດ ຜາສາດເຮືອນຫີນເປັນຊາກຜາສາດຂອມເກົ່າແກ່ອາຍຸກວ່າພັນປີຢູ່ໃນ ບ້ານເຮືອນຫີນ, ເມືອງໄຊພູທອງ, ໄລຍະຫ່າງຈາກຕົວເມືອງ ປະມານ 10 ກິໂລແມັດ ແມ່ນຮ່ອງຮອຍທາງດ້ານປະຫວັດສາດ ເຊິ່ງສ້າງຂຶ້ນໃນ ອານາຈັກສີໂຄດຕະບູນ ເຊິ່ງເປັນ ອານາຈັກທີ່ໜ້າເກງຂາມ ຂອງອານາຈັກ ໃກ້ຄຽງ.
ພິທີເປີດງານບຸນນະມັດສະການຜາສາດເຮືອນຫີນປະຈໍາປີ 2020 ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 6 ມີນາ 2020 ຢູ່ທີ່ເດີ່ນວັດຜາສາດເຮືອນຫີນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາວິໄສ ຜຸຍຍະວົງກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫ້ອງການອອ້ມຂ້າງເມືອງ, ບັນດາເລຂາໜ່ວຍພັກ-ນາຍບ້ານ,ອົງການຈັດຕັ້ງມະຫາຊົນ,ຕະຫລອດເຖິງປະຊາຊົນຜູ້ມາທ່ຽວງານບຸນເຂົ້າຮ່ວມຢ່າງຄຶກຄື້ນ.
ພາບ: thankhao.comໃນພິທີ ທ່ານ ຄໍາວິໄສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ປະທານຈັດງານບຸນດັ່ງກ່າວ ໄດ້ຂື້ນກ່າວເປີດງານຢ່າງເປັນທາງການ ວ່າ:ຜາສາດເຮືອນຫີນເປັນສະຖາປັດຕິຍະກໍາທີ່ໂດດເດັ່ນລໍ້າຄ່າ ຊຶ່ງບົງບອກເຖິງຄວາມເກັ່ງກ້າສາມາດສະຫຼາດຫຼັກແຫຼມ ແລະ ມີຫົວຄິດປະດິດສ້າງຂອງປະຊາຊົນບັນດາເຜົ່າໃນຍົກສະໄໝບູຮານ(ອານາຈັກຂອມເຮືອງອໍານາດໃນສະໄໝສີໂຄດຕະບູນໃນຍົກເງິນຍາງ) ແລະ ຍັງເປັນສັນຍາລັກໃຫ້ແກ່ລຸ້ນຄົນພວກເຮົາໃນປະຈຸບັນໄດ້ເຫັນຄຸນຄ່າຄວາມເປັນມາຂອງຊາດລາວເຮົາທີ່ເປັນຊາດໜຶ່ງທີ່ມີຄວາມຈະເລີນຮຸ່ງເຮືອງສີວິໄລທາງດ້ານອະລິຍະທໍາ, ຊຶ່ງບັນພະບູລຸດລາວແຕ່ລະຍຸກແຕ່ລະສະໄໝໄດ້ປົກປັກຮັກສາ ແລະ ສ້າງສາພັດທະນາມາ,ຜາສາດເຮືອນຫີນແຫ່ງນີ້ຖືວ່າເປັນແຫ່ງທີ 2ຂອງປະເທດລາວຖັດຈາກວັດພູຈໍາປາສັກ.
ບຸນນະມັດສະການ ຜາສາດເຮືອນຫີນ ປະຈໍາປີ 2020ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์