11 Jul
11Jul

ເນັ້ນໃຫ້ໂຮງງານຜະລິດຜ້າປິດປາກເອົາຄຸນນະພາບເປັນຫຼັກ.

    ຕ້ອງຍອມຮັບວ່າພະຍາດລະບາດຂອງໂຄວິດ19 ໄດ້ເຮັດໃຫ້ປະຊາຊົນລາວ ຫລື ອາດເວົ້າໄດ້ວ່າທຸກຄົນທົ່ວໂລກນີ້ໄດ້ມີການປັບປຸ່ງວິຖີ່ຊິວິດການເປັນຢູ່ ແລະ ມີການປ້ອງກັນຕົວເອງເພີ່ມຂື້ນບໍ່ຫລາຍກໍ່ນ້ອຍ, ອາດເນື່ອງຈາກປະຊາຊົນໄດ້ຮັບຮູ້ເຖິງຮູ້ຫລັກອະນາໄມ, ການປ້ອງກັນຕົວເອງຈາກການທີ່ທາງພາກລັດ ແລະ ທົ່ວໂລກໄດ້ໃຫ້ຂໍ້ມູນຂ່າວສານຕ່າງໆເຂົ້າເຖິງປະຊາຊົນ ແລະ ຮັບຮູ້ເຖິງຄວາມອັນຕະລາຍຂອງພະຍາດລະບາດຕ່າງໆ.

ພາບ: www.allinlaos.com

    ເວົ້າເຖິງໃນປະເທດລາວເຮົາເອງກໍ່ແມ່ນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຄືກັບປະເທດອື່ນໆ ແລະ ໄດ້ຮັບການຊ່ວຍເຫລືອຈາກອົງກອນ ແລະ ປະເທດຕ່າງໆໂດຍສະເພາະກໍແມ່ນ ສປ ຈີນ ລວມທັງປະຊາຊົນຜູ່ໃຈດີໄດ້ຊ່ວຍເຫລືອຜ້າປິດປາກອະນາໄມ ເຊິງຍັງຂາດເຂິນຫລາຍໃນປະເທດລາວເຮົາເອງ ແລະ ແມ່ຄ້າບາງຄົນກໍນຳເຂົ້າມາ ແລະ ຂາຍໃນລາຄາທີ່ແພງ, ສະນັ້ນລາວເຮົາຍັງຕ້ອງການການຜະລິດສິນຄ້າເຫລົ່ານີ້ເພື່ອຮັບໃຊ້ລາວເຮົາເອງ, ແລະ ໃນວັນທີ 8 ກໍລະກົດ 2020.ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະກໍໄດ້ລົງຕິດຕາມການຜະລິດຜ້າປິດປາກອະນາໄມ ຢູ່ໂຮງງານຜະລິດຜ້າປິດປາກອະນາໄມໄອໂຊລອຍ ແລະ ໂຮງງານຜະລິດຜ້າປິດປາກອະນາໄມ ນານາຊິນ ຕັ້ງຢູ່ ບ້ານ ດົງນາທອງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

    ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວເນັ້ນໃຫ້ບັນດາ ໂຮງງານຜະລິດເອົາໃຈໃສ່ສືບຕໍ່ປັບປຸງລະບົບການຜະລິດໃຫ້ມີຄວາມເປັນລະບຽບ ພ້ອມທັງຕ້ອງມີວິຊາການຊ່ຽວຊານມາໃຫ້ການແນະນຳການຜະລິດເພື່ອໃຫ້ການຜະລິດໄດ້ຮັບຄຸນນະພາບສູງສຸດຮັບປະກັນໃຫ້ສາມາດນຳໃຊ້ເຂົ້າໃນການປ້ອງກັນເຊື້ອພະຍາດຕ່າງໆ, ໃຫ້ປະສານງານກັບກະຊວງສາທາລະນະສຸກເພື່ອກວດກາ ແລະ ອະນຸຍາດມາດຕະຖານຄຸນນະພາບຂອງຜະລິດຕະພັນເພື່ອກ້າວໄປເຖິງການນຳອອກຈຳ ໜ່າຍ ນອກຈາກນັ້ນ ຕ້ອງໄດ້ເອົາໃຈໃສ່ຄວບຄຸມລາຄາຈຳໜ່າຍໃຫ້ມີລາຄາສົມເຫດສົມຜົນເພື່ອໃຫ້ປະຊາຊົນລາວໄດ້ຊົມໃຊ້ຜະລິດຕະພັນຜ້າປິດປາກທີ່ຜະລິດຢູ່ພາຍໃນ.

ໂຮງງານຜະລິດຜ້າປິດປາກໃນ ສປປ ລາວ ຕ້ອງເນັ້ນເອົາຄຸນນະພາບ



ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING