29 Oct
29Oct

ເປີດພິທີການສ້າງຕັ້ງສະຫະກອນກະສິກໍາອິນຊີທົ່ງມັ່ງ.

    ຕາມແຫລ່ງຂ່າວຂອງເວັບໄຊ ເສດຖະກິດການຄ້າໃຫ້ຮູ້ວ່າ ເມື່ອວັນທີ 21 ຕຸລາ 2020 ທີ່ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດສ້າງຕັ້ງສະຫະກອນກະສິກໍາອິນຊີທົ່ງມັ່ງ ໂດຍການເຂົ້າຮ່ວມຂອງ ທ່ານ ໜູກີ ສີຫາລາດ ຮອງເລຂາພັກເມືອງໄຊທານີ ນະຄອນຫຼວງວຽງຈັນ; ທ່ານ ຄໍາອ້ວນ ຄາພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້; ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະ ສິກໍາ ແລະ ປ່າໄມ້ ນະຄອນຫຼວງ ວຽງຈັນ ພ້ອມດ້ວຍບັນດາສະມາຊິກສະຫະກອນກະສິກໍາອິນຊີທົ່ງມັ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາບ: laoedaily.com
    ໃນພິທີ ທ່ານ ນາງ ຄໍາວອນ ຫຼວງລາດ ປະທານສະຫະກອນກະສິກໍາອິນຊີທົ່ງມັ່ງ ໄດ້ໃຫ້ຮູ້ເຖິງຄວາມເປັນມາຂອງການສ້າງຕັ້ງສະຫະກອນນີ້ວ່າ: ໃນກາງເດືອນກໍລະກົດປີ 2020 ຫຼາຍພາກສ່ວນ ເປັນຕົ້ນແມ່ນກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ໄດ້ຮ່ວມກັນຄົ້ນຄວ້າກ່ຽວກັບການພັດທະນາສະຫະກອນກະສິກໍາໃນເຂດຊົນນະບົດ ແລະ ນະໂຍບາຍສະໜັບສະໜູນ, ອົງປະກອບການສ້າງຕັ້ງສະຫະກອນຕົວແບບຮ່ວມກັນສ້າງແຜນກິດຈະກໍາພັດທະນາກຸ່ມປູກຜັກອິນຊີທົ່ງມັ່ງ ກ້າວສູ່ຄວາມພ້ອມສ້າງເປັນສະຫະກອນກະສິກໍາ ໂດຍເລີ່ມຈາກການເຜີຍແຜ່ນິຕິກໍາ, ໃຫ້ຄວາມຮູ້ເຖິງຄວາມໝາຍສໍາຄັນຂອງສະຫະກອນແກ່ກຸ່ມຜູ້ຜະລິດ ແລະ ມີການຈັດກອງປະຊຸມປຶກສາຫາລືກັບຫຼາຍຂັ້ນ ແລະ ອີກຫຼາຍໆວຽກ.
ເມືອງໄຊທານີປະກາດສ້າງຕັ້ງກຸ່ມສະຫະກອນກະສິກໍາອິນຊີທົ່ງມັ່ງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING