ລັດກຳນົດເຂດທີ່ມີຄວາມສ່ຽງໂຄວິດ-19 ຢ່າງຊັດເຈນ ເພື່ອກຽມເປີດການທ່ອງທ່ຽວ
ເນື່ອງຈາກການລະບາດຂອງພາຍາດ ໂຄວິດ 19 ນີ່, ການທ່ອງທຽວໃນ ສປປ ລາວ ຫລື ອາດຈະເວົ້າໄດ້ວ່າໃນທົວໂລກໄດ້ຢຸດສະງັດ ເພື່ອ ຫລຸດຜ່ອນຄວາມສ່ຽງໃນກະແພເຊື້ອພະຍາດນີ້ບໍ່ໃຫ້ຂະຫຍາຍເປັນວົງກ້ວາງອອກໄປອີກ.ພາບ: kaomainews.com
ຕາມໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ເພື່ອເປັນການຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດຄືນໃໝ່ ໃນດ້ານຕ່າງໆ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ
ໄດ້ປຶກສາຫາລືກັນໃນໂອກາດ ຮ່ວມກອງປະຊຸມທາງໄກ (Video Conference) ສະໄໝສາມັນປະຈໍາເດືອນ ຂອງລັດຖະບານ ໃນວັນທີ 23 ເມສາ 2020 ທີ່ຜ່ານມາ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ເຊິ່ງ ລັດຖະບານໄດ້ແນະນໍາໃຫ້ກະຊວງ
ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສ້າງແຜນປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການ ຂອງບັນດາທຸລະກິດປິ່ນອ້ອມ ເພື່ອຈັດຕັ້ງປະຕິບັດ ພາຍຫຼັງວັນທີ 03 ພຶດສະພາ ເພື່ອກຽມຄວາມພ້ອມເປີດການທ່ອງທ່ຽວ ເມື່ອການລະບາດຂອງພະຍາດໂຄວິດ-19 ຢຸດເຊົາ.
ພ້ອມນັ້ນ, ກໍ່ໃຫ້ວາງແຜນໃນການປັບປຸງ ຟື້ນຟູການທ່ອງທ່ຽວ ແລະ ການບໍລິການ ໃນໄລຍະສັ້ນ, ກາງ ແລະ ຍາວ.ໃນໂອກາດດຽວກັນ ກໍ່ແນະນໍາໃຫ້ຄະນະສະເພາະກິດ ຄົ້ນຄວ້າ ແລະກຳນົດວ່າເຂດໃດເປັນເຂດທີ່ມີຄວາມສ່ຽງສູງ, ເຂດໃດ ເປັນເຂດທີ່ມີຄວາມສ່ຽງໜ້ອຍ ແລະ ເຂດໃດ ບໍ່ມີຄວາມສ່ຽງ.
ລັດກຳນົດເຂດທີ່ມີຄວາມສ່ຽງໂຄວິດ-19 ຢ່າງຊັດເຈນເພື່ອການທ່ອງທ່ຽວຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู: https://doodido.com/
UFABET: https://www.ufabet369.net/ufabet/
แทงบอล: https://www.ufabet369.net/
ดูบอล: https://zonedooball.com/
ดูหนัง HD: https://moviesdoofree.com/