ເມືອງພູຄູນກັບທຳມະຊາດອັນສວຍງາມປົກຄຸ່ມດ້ວຍທະເລໝອກ
ເມືອງພູຄູນ ຕັ້ງຢູ່ເສັ້ນທາງ 13ເໜືອ ໃນຈຸດ3ແຍກໄປແຂວງ ຊຽງຂວາງ ແລະ ຫຼວງພະບາງ ,ເປັນຈຸດທີ່ສູງຊັນຈົນກາຍເປັນ ເມືອງຍຸດທະສາດສໍາຄັນອີກ ແຫ່ງໜຶ່ງຂອງແຂວງຫຼວງພະ ບາງ. ຖ້າທຽບກັບລະດັບນໍ້າ ທະເລແລ້ວຈະມີຄວາມສູງປະ ມານ 1.500ແມັດ, ແລະ ມີຈຸດ ພິເສດພົ້ນເດັ່ນຄືມື້ໜຶ່ງມີສາມ ລະດູເຊັ່ນ:
ຝົນຕົກ, ມີໝອກ ແລະ ແດດ. ອຸ່ນນະພູມໃນລະດູໜາວ ບາງປີມີພຽງ 0 ອົງສາ ແລະ ລະດູຮ້ອນຈະບໍ່ເກີນ 30 ອົງສາ.ພາບ: laophattananews.com
ເມືອງພູຄູນ ເປັນພູມລໍາ ເນົາ ຂອງພີ່ນ້ອງເຜົ່າມົ້ງ ແລະ ເຜົ່າກຶມມຸ ເປັນສ່ວນໃຫຍ່ໂດຍ ອາໄສການເຮັດໄຮ່ ແລະ ເຮັດ ສວນ, ຖ້າໃຜຫາກໄດ້ຜ່ານໄປ ມາກໍສາມາດສັງເກດເຫັນໄດ້ ຈາກພູຫົວໂລ້ນຫຼາຍໜ່ວຍ ຍ້ອນການຖາງປ່າເຮັດໄຮ່ຂອງ ປະຊາຊົນເຂດນີ້
ໃນເມື່ອກ່ອນ ແລະ ແຕ່ໃດໆມາ ປະຊາຊົນເຂດ ນີ້ ມີຄວາມດຸໝັ່ນຂະຫຍັນພຽນ ໃນການອອກແຮງງານເພີ່ມພູນ ຜະລິດຜົນທີ່ອາໃສຄວາມອຸດົມ ສົມບູນຂອງທໍາມະຊາດທີ່ອໍາ ນວຍຄວາມສະດວກໃຫ້ແກ່ ຜົນລະປູກຂອງເຂົາເຈົ້າ ເຊັ່ນ:
ຜັກກາດ, ໝາກເຜັດ, ໝາກແຕງ ແລະ ອື່ນໆ. ນອກນັ້ນ, ພວກ ເຂົາຍັງໄດ້ອາໃສເຄື່ອງປ່າຂອງດົງເພື່ອການລ້ຽງຊີບເຊັ່ນ: ຍັງ ໄດ້ເອົາຕົ້ນແຂມມາເຮັດຟອຍ ຂາຍເປັນລາຍຮັບເສີມໃຫ້ ຄອບຄົວນໍາອີກ.
น่าดู
UFABET
แทงบอล
ดูบอล
ดูหนัง HD