ເມືອງວັງວຽງຈະສຸມໃສ່ 6 ເປົ້າໝາຍພັດທະນາເປັນເມືອງສີຂຽວ ອາຊຽນ.
ເມືອງວັງວຽງ ເປັນອີກເມືອງໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ຍົກສູງຄວາມສາມາດນໍາພາ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນ, ສຸມໃສ່ຂຸດຄົ້ນທຸກກໍາລັງແຮງບົ່ມຊ້ອນຢູ່ພາຍໃນທ້ອງຖິ່ນ ຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງເມືອງວັງວຽງ ໃຫ້ເຂັ້ມແຂງ ໜັກແໜ້ນ ໄປຕາມທ່າແຮງ ແລະ ຈຸດພິເສດ ເປັນຕົ້ນ ທາງດ້ານເສດຖະກິດ ຕິດພັນກັບການທ່ອງທ່ຽວ.
ພາບ: laophattananews.comທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໄດ້ລາຍງານໃຫ້ຮູ້ເມື່ອດົນຜ່ານມານີ້ວ່າ: ເມືອງວັງວຽງ ໄດ້ກໍານົດເອົາທິດທາງໜ້າທີ່ລວມ ແລະ ເປົ້າໝາຍຂອງການພັດທະນາຢ່າງເປັນລະບົບ ແລະ ຖືກຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງຈະສຸມໃສ່ 6 ເປົ້າໝາຍ ແລະ ຈັດຕັ້ງຜັນຂະຫຍາຍໃນແຕ່ລະໄລຍະ ຄື:
ຮັບປະກັນໃຫ້ເມືອງວັງວຽງ ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຂຸດຄົ້ນທ່າແຮງບົ່ມຊ້ອນ, ຄວາມອຸດົມ ສົມບູນຂອງຊັບພະຍາກອນທໍາມະຊາດ ເພື່ອພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງມີຄຸນນະພາບ, ສົມດຸນ ແລະ ຍືນຍົງ; ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບດີຂຶ້ນ, ທັງມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ພູມປັນຍາ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫລາກຫລາຍ ແລະ ມີຄຸນຄ່າເພີ່ມສູງຂຶ້ນ; ພັດທະນາ ແລະ ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າໃຫ້ໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວ.
6 ເປົ້າໝາຍພັດທະນາວັງວຽງໃຫ້ເປັນເມືອງສີຂຽວ ແລະ ສະອາດອາຊຽນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์