08 Aug
08Aug

ພຣະເຈົ້າອົງຫລວງເມືອງເກົ່າສຸວັນນະໂຄມຄຳ ບູຮານສະຖານຮ່ອງຮອຍທາງປະຫວັດສາດ.

    ຖ້າຈະເວົ້າເຖິງເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໃນປະຈຸບັນແລ້ວຖືກວ່າເປັນບ່ອນທ່ອງທ່ຽວຂອງນັກທ່ອງທ່ຽວຈາກທົວທຸກສາລະທິດເນືອງຈາກວ່າມີທັງຄາສິໂນ ສາມຫລ່ຽມທອງຄຳ ແລະ ແຫລ່ງທ່ອງທ່ຽວທຳມະຊາດທີ່ສວຍງາມຢ່າງຫລວງຫລາຍ ແລະບູນຮານສະຖານທີ່ມີປະຫວັດສາດອັນຍາດນານອີກໜຶ່ງບູນຮານສະຖານກໍຄືເມືອງເກົ່າສຸວັນນະໂຄມຄຳ.

    ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ມີໄລຍະຫ່າງ ຈາກເທດສະບານແຂວງ 40 ກິໂລແມັດ, ໄລຍະຫ່າງຈາກເທດສະບານເມືອງຕົ້ນເຜິ້ງ 5 ກິໂລແມັດ, ໄລຍະທາງຈາກບ້ານ 3 ກິໂລແມັດ ເຂົ້າສູ່ເມືອງສຸວັນນະໂຄມຄຳ.  ເມືອງເກົ່າສຸວັນນະໂຄມຄຳ ເປັນບູຮານສະຖານ ທີ່ບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງບູຮານນະຄອນເກົ່າແກ່. ຕາມການສຳຫຼວດໃນເບື້ອງຕົ້ນ ໃນສະຖານທີ່ ປະມານ 10,000 ເຮັກຕາ; ພົບວ່າມີ 44 ບູຮານສະຖານ ແລະ ຖານກໍ່ສ້າງດ້ວຍອິດ ແລະ ປະທາຍ. ອັນເປັນພຸດທະສີມາ, ພະທາດ, ພະພຸດທະຮູບ, ນ້ຳສາງ ແລະ ສະຖານທີ່ອື່ນໆ.

ພາບ: Art and Culture of Laos

    ສິ່ງທີ່ຊົງຄວາມງົດງາມ ແລະ ຄວາມສະຫງ່າຕະການຕາ ອັນຍັງຫລົງເຫຼືອຈາກສີມືຂອງໂຈນປົ້ນສົມບັດທັງລາວ ແລະ ໄທ ໃນສະ ໄໝກ່ອນນັ້ນ ອັນໄດ້ແກ່ ພະພຸດທະຮູບອົງສະມະທິ ທີ່ເຮັດດ້ວຍອິດ ແລະ ປະທາຍ, ເປັນພະພຸດທະຮູບອົງໃຫຍ່ ມີໜ້າຕັກກວ້າງ 7,10 ແມັດ, ລວງສູງ 7,22 ແມັດ (ບໍ່ນັບຍອດເກດ), ບ່າແຕ່ລະຂ້າງ 1,10 ແມັດ, ດ້ານຂ້າງ ແຕ່ກະໂພກຫາເຂົ່າ 3,60 ແມັດ.

ນັບວ່າເປັນພະພຸດທະຮູບອົງໜຶ່ງ ທີ່ໃຫຍ່ທີ່ສຸດຂອງປະເທດລາວ ແລະ ໃນຍ່ານອາຊີ ອາຄະເນ ຕາມຂະໜາດ ຂອງພະພຸດທະຮູບອົງນີ້ ໄດ້ສັນນິຖານວ່າ ແມ່ນ ພະພຸດທະຮູບປະຈຳທີ່ວັດພະຣາດສະວັງ, ຮອດປະຈຸບັນນີ້ ຍັງເຫຼືອພຽງແຕ່ຮ່າງຄີງ, ສ່ວນພະຫັດ, ພະເກດ, ແຖ່ນ ແລະ ອື່ນໆ ໄດ້ຖືກຂຸດ, ເຈາະ, ກິດຫ້ຽນ ແລະ ກົ່ນເອົາຂອງດີໄປໝົດແລ້ວ.
ພຣະເຈົ້າອົງຫຼວງເມືອງເກົ່າສຸວັນນະໂຄມຄຳບູຮານສະຖານເມືອງຕົ້ນເຜີ້ງ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING