ໂອກາດດັ່ງກ່າວ, ທ່ານ ທະນົງສິນ ກັນລະຍາ ກ່່າວວ່າ:
ງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 ເປັນງານມອບລາງວັນທີ່ເປີດກ້ວາງ ຕໍ່ສະມາຊິກສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດຂອງລາວ ທີ່ດຳເນີນທຸ ລະກິດຖືກຕ້ອງຕາມກົດໝາຍ, ບໍ່ວ່ານ້ອຍ ຫລື ໃຫຍ່ ກໍສາມາດສົ່ງເຂົ້າສະໝັກແຂ່ງຂັນເອົາລາງວັນໄດ້.
ທຸລະກິດທີ່ຊະນະເລີດໄດ້ຮັບລາງວັນຈາກ ABA Lao 2020 ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນ ເຊິ່ງຈະໄດ້ພົບກັບບັນດາຫົວໜ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ, ເຊິ່ງການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນ ແມ່ນຈະໄດ້ຈັດຂຶ້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ປີ 2020 ທີ່ ປະເທດຫວຽດນາມ.
ປະເພດລາງວັນສຳລັບປີ 2020 ປະກອບມີ 3 ປະເພດ, ຂະແໜງບູລິມະສິດດີເດັ່ນປະກອບມີ 12 ຂະແໜງການ ເຊັ່ນ:
ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະ ແໜງຕັດຫຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈິດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້.
ງານຊິງລາງວັນທຸລະກິດ ອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido