ເລື່ອງເລົ່າທີ່ມາຂອງທາດນາງສາມຜິວ ແລະ ຮີດຄອງປະເພນີ ຂອງຊາວເມືອງທົ່ງມີໄຊ.
ເປັນເລື່ອງທີ່ເລົ່າຂານກັນມາຢ່າງຍາວນານຕັ້ງແຕ່ລຸ້ນຜູ່ເຖົ້າຜູ່ແກ່ຈົນເຖິງລຸ້ນລູກລຸ້ນຫລານໃນປະຈະບັນກ່ຽວກັບທາດນາງສາມຜິວ, ເຊິ່ງປະຈຸບັນ ທາດນາງສາມຜິວ ຕັ້ງຢູ່ບ້ານທາດ ເຂດເທດສະບານເມືອງທົ່ງມີໄຊ, ແຂວງໄຊຍະບູລີ ນັກທ່ອງທ່ຽວສາມາດໄປທ່ຽວຊົມ ທາດນາງສາມຜິວ ໂດຍໃຊ້ທາງລົດ.
ມີຕຳນານເລົ່າຂານກັນມາວ່າ: ເປັນເວລາດົນນານມາແລ້ວ ຢູ່ເມືອງແຫ່ງໜຶ່ງໃນແດນໃຕ້ (ຈຳປາສັກໃນປະຈຸບັນ), ມີສາວສະໜົມຄົນໜຶ່ງ ໄດ້ຕົກລົງປົງໃຈຮັກ ແລະ ໄດ້ແຕ່ງດອງກັບນາຍທະຫານ ທີ່ຮັບໃຊ້ພະຍາ. ຈາກນັ້ນ, ນາງກໍ່ໄດ້ຖືພາ 3 ເດືອນ, ສ່ວນຜູ້ເປັນຜົວ ກໍ່ໄດ້ໄປສູ້ຮົບກັບສັດຕູ ແລະ ໄດ້ເສຍຊີວິດຢູ່ສະໜາມຮົບ. ສ່ວນນາງກໍ່ໄດ້ກາຍເປັນໝ້າຍ ທີ່ຂາດບ່ອນເພິ່ງພາອາໄສ, ແຕ່ຍ້ອນພະຍາ ຄິດເຫັນຄຸນງາມຄວາມດີຂອງຜູ້ເປັນຜົວ ເພິ່ນຈິ່ງໄດ້ຮັບນາງໄວ້ລ້ຽງດູເບິ່ງແຍງ.
ພາບ: www.soupsipupdate.comວັນເວລາໄດ້ຜ່ານໄປ 9 ເດືອນ, ນາງກໍ່ໄດ້ໃຫ້ກຳເນີດລູກຍິງ ທີ່ມີສຸຂະພາບແຂງແຮງ, ໜ້າຕາງົດງາມ, ຄວາມງາມຂອງນາງໃນວັນໜຶ່ງໄດ້ປ່ຽນແປງໄປ 3 ຕອນ ຄື: ເຊົ້າ-ສວາຍ-ແລງ, ເມື່ອນາງໃຫຍ່ເປັນສາວ ຄວາມງາມຂອງນາງ ຍິ່ງເຮັດໃຫ້ຊາວບ້ານຊາວເມືອງຕົກຕະລຶງ, ພ້ອມທັງຫາເລື່ອງໃສ່ນາງວ່າເປັນຄົນເຂັດຄົນຂວງ, ບໍ່ຍອມໃຫ້ນາງຢູ່ຮ່ວມບ້ານຮ່ວມເມືອງ.
ຍ້ອນຄວາມງາມຂອງນາງ ໄດ້ປ່ຽນແປງໄປຕາມການເວລາ, ຕອນເຊົ້າກໍ່ປ່ຽນເປັນສີຂາວປານຍອງຝ້າຍ, ບາດຍາມຕາເວັນທ່ຽງກໍ່ກາຍເປັນສີໄຂ່ ແລະ ຍາມຕາເວັນຕົກ ກໍ່ປ່ຽນເປັນສີຟ້າ. ຈາກນັ້ນ, ເສນາອາມາດ ກໍໄດ້ໄປຕິດຕາມເບິ່ງ ແລະ ເຫັນວ່າ ເປັນຄືກັບທີ່ຊາວບ້ານຊ່າລືກັນແທ້ ແລ້ວຈິ່ງໄດ້ໄປກາບທູນຕໍ່ພະຍາ ແລະ ຂໍໃຫ້ພະຍາ ຂ້ານາງຖິ້ມ ຫຼື ໄລ່ອອກຈາກເມືອງ, ແຕ່ພະຍາກໍຄຳນຶງເຖິງຄຸນງາມຄວາມດີຂອງພໍ່ນາງ ທີ່ມີຕໍ່ບ້ານເມືອງ.
ສະນັ້ນ, ພະຍາຈິ່ງລົງໂທດ ດ້ວຍວິທີໃຫ້ສອງແມ່ລູກ ປູກຕົ້ນຈຳປາ ໃສ່ພະລານຫີນອ້ອມວັດພູ ຖ້າຫາກວ່າຕົ້ນຈຳປາບໍ່ໃຫຍ່, ບໍ່ມີດອກ ແມ່ນບໍ່ໃຫ້ສອງແມ່ລູກ ຢູ່ເມືອງນີ້ອີກ ຫຼື ບໍ່ກໍ່ຂ້າຖິ້ມ. ສອງແມ່ລູກກໍ່ໄດ້ເຮັດຕາມ ຄຳສັ່ງຂອງພະຍາ ໂດຍໄດ້ນຳເອົາຕົ້ນດອກຈຳປາ ໄປປູກລຽບຕາມວັດ, ຕົ້ນໃດກໍຂຽວງາມ ເປັນດອກບານ ສົ່ງກິ່ນຫອມໄປທົ່ວວັດພູ.
ເມື່ອເປັນດັ່ງນັ້ນ, ພະຍາກໍ່ພໍພະໄທ, ແຕ່ຊາວບ້ານ ແລະ ເຈົ້າຂຸນມຸນນາຍ ກໍ່ຍັງອິດສາບັງບຽດ ແລະ ກຽດຊັງທັງສອງແມ່ລູກ.
ໃນເວລາຕໍ່ມາ, ແມ່ຂອງນາງກໍໄດ້ເສຍຊີວິດ ນາງຈິ່ງໄດ້ຢູ່ຄົນດຽວ ທ່າມກາງຄຳປ້ອຍດ່າຂອງຊາວບ້ານຊາວເມືອງ ຢູ່ທຸກມື້ທຸກວັນ. ມື້ໜຶ່ງ, ນາງຈຶ່ງໄດ້ຕັດສິນໃຈ ໜີອອກຈາກເມືອງ ໂດຍບໍ່ມີຈຸດໝາຍປາຍທາງ.
ຍ້ອນບໍ່ເຄີຍໄປໃສຈັກເທື່ອ ສະນັ້ນ, ນາງຈຶ່ງໄດ້ເດັດເອົາດອກຈຳປາ 3 ດອກທີ່ນາງ ແລະ ແມ່ ໄດ້ພ້ອມກັນປູກໄວ້ ແລ້ວຍ່າງມຸ່ງໜ້າລົງສູ່ແມ່ນ້ຳຂອງ ແລະ ອະທິຖານວ່າ: ຖ້າຢູ່ບ່ອນໃດຫາກມີຄົນຮັກຄົນແພງ ຂໍໃຫ້ດອກຈຳປາ ຈົ່ງລອຍໄປທີ່ນັ້ນ. ເວົ້າແລ້ວ ນາງກໍ່ໂຍນດອກຈຳປາລົງແມ່ນ້ຳຂອງ, ດອກຈຳປາກໍ່ໄຫຼຂຶ້ນເໜືອ ແລະ ໄດ້ຢຸດຢູ່ບ່ອນໜຶ່ງ, ນາງຈຶ່ງໄດ້ພັກຜ່ອນເຊົາເອົາແຮງ.
ຈາກນັ້ນ, ດອກຈຳປາກໍໄດ້ໄຫຼຂຶ້ນເໜືອ ເປັນເວລາຫຼາຍວັນ ແລ້ວໄດ້ຈົມລົງໄປໃນກະແສນ້ຳ, ນາງເລີຍບໍ່ຮູ້ວ່າສິໄປທາງໃດ ມີແຕ່ຮ້ອງໄຫ້ຢູ່ຄົນດຽວ, ເມື່ອຮອດຕອນກາງຄືນ ລາວເລີຍຝັນເຫັນຜູ້ເຖົ້າຄົນໜຶ່ງ ໄດ້ເວົ້າວ່າ: ໃຫ້ເຈົ້າເດີນທາງຂຶ້ນໄປຈົນສຸດສາມຫ້ວຍ ແລ້ວຂ້າມພູລົງໄປກໍຈະມີ ປ່າດົງທົ່ງກວ້າງ, ໃຫ້ເຈົ້າໄປຢູ່ທາງເໜືອ ແມ່ນໜອງເທົາກ້ອງເຊີໄຊ, ທາງໃຕ້ແມ່ນທົ່ງໃຫຍ່, ແລ້ວຈະມີຄົນຮັກແພງ ນັບຖືເຈົ້າຕະຫຼອດໄປ. ເມື່ອຕື່ນຂຶ້ນມາ ນາງກໍຄິດເຫັນຄວາມຝັນ ແລ້ວເດີນທາງໄປຕາມຄວາມຝັນນັ້ນ.
ອ່ານຕໍ່...
ເລື່ອງເລົ່າຂອງທາດນາງສາມຜິວ ແລະ ຮີດຄອງຂອງຊາວເມືອງທົ່ງມີໄຊຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์