ເສດຖະກິດ ເລີມດີຂຶ້ນຫຼັງຈາກສະຖານະການໂຄວິດໃນລາວຜ່ອນຄາຍ.
ຫລັງຈາກລັດຖະບານເລີ່ມຜ່ອນຄາຍຫຼາຍມາດຕະການໃນການຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ເສດຖະກິດຄ່ອຍກັບຄືນສູ່ສະພາບປົກກະຕິ ອັດຕາຈ້າງງານເລີ່ມດີຂຶ້ນ, ການເຄື່ອນຍ້າຍສິນຄ້າກໍຄ່ອຍໆສະດວກຂື້ນເຮັດໃຫ້ກະຕຸ້ນການສົ່ງອອກ, ການລົງທຶນທຸລະກິດທົ່ວໄປເພີ່ມຂຶ້ນ 7,1%, ການຜະລິດໄຟຟ້າຂະຫຍາຍຕົວ 5,2%. ອີງຕາມບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 6 ເດືອນຕົ້ນປີ 2020 ໃນໄລຍະການແຜ່ລະບາດພະຍາດ ໂຄວິດ – 19 ປະຈຳເດືອນກໍລະກົດ ຂອງສະຖາບັນຄົ້ນ ຄວ້າເສດຖະກິດແຫ່ງຊາດລະບຸວ່າ: ພັກ ແລະ ລັດຖະບານ ໄດ້ກໍານົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການພັດທະນາເສດຖະກິດ – ສັງຄົມ ໃນປີ 2020 ກ່ຽວກັບສະພາບລວມໃນ ສປປ ລາວ ໂດຍສະເພາະຄວາມຄືບໜ້າການຟື້ນຕົວຂອງເສດຖະກິດ ເຖິງແມ່ນວ່າສະຖານະການແຜ່ລະບາດພະຍາດໂຄວິດ – 19 ໃນຂົງເຂດອາຊີ ມີທ່າອ່ຽງດີຂຶ້ນ ແຕ່ສະຖານະການໃນທົ່ວໂລກຍັງສືບຕໍ່ຮ້າຍແຮງ ແລະ ສົ່ງຜົນກະທົບຕໍ່ເສດຖະກິດໃນວົງກວ້າງ.
ພາບ: laoedaily.com.la ເດືອນມິຖຸນາ ກອງທຶນການເງິນສາກົນ ( ໄອເອັມເອັຟ ) ໄດ້ປະເມີນຄືນຕົວເລກຄາດຄະເນເສດຖະກິດໂລກປີ 2020 ຫຼຸດລົງ ເປັນ -4,9% ລວມທັງປະເທດໄທ ຕິດລົບ -7,7% ແລະ ສປ ຈີນ 1%. ສໍາລັບ ສປປ ລາວ ໄອເອັມເອັຟ ຄາດໄວ້ໃນເດືອນເມສາ ທີ່ລະດັບ 0,7% ແຕ່ກໍມີ ຄວາມເປັນໄປໄດ້ສູງທີ່ຈະມີການປະເມີນຄືນໃໝ່ຫຼຸດລົງອີກ.ໃນໄລຍະຜ່ານມາ, ລັດຖະບານກໍໄດ້ຜ່ອນຄາຍຫຼາຍມາດຕະການ ເພື່ອເຮັດໃຫ້ເສດຖະກິດກັບຄືນສູ່ສະພາບປົກກະຕິ. ມາຮອດປັດຈຸບັນເຫັນວ່າມີຫຼາຍສັນຍານທີ່ບົ່ງບອກວ່າເສດຖະກິດ ສປປ ລາວ ໂດຍລວມຄ່ອຍໆດີຂຶ້ນ ເປັນຕົ້ນແມ່ນ: ຕົວເລກປະກາດຮັບສະໝັກງານເລີ່ມເພີ່ມຂຶ້ນຈາກທີ່ມີອັດຕາຕໍ່າສຸດໃນເດືອນເມສາ ເຖິງແມ່ນວ່າຈະຍັງບໍ່ທັນສູງເທົ່າໄລຍະດຽວກັນຂອງປີຜ່ານມາກໍຕາມ.
ເສດຖະກິດ ເລີມດີຂື້ນຫຼັງຈາກການຜ່ອນຜັນມາດຕະການຂອງໂຄວິດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์