05 Jun
05Jun

ບໍລິສັດລົດໄຟລາວ-ຈີນ ຕ້ອງການພະນັກງານລາວປະມານ 700 ຄົນ.

ຕາມການລາຍງານຂອງໜັງສື່ພິມວຽງຈັນທາມໃຫ້ຮູ້ວ່າ ບໍລິສັດທາງລົດໄຟລາວ-ຈີນຕ້ອງ ການພະນັກງານໃນລະຫວ່າງ 600 ຫາ 700 ກວ່າຄົນ ອັນນີ້ນັບວ່າ ເປັນຂ່າວດີສໍາລັກນັກຮຽນ ນັກສຶກສາລາວທີ່ຮຽນຈົບ ແລະ ບໍ່ທັນມີວຽກເຮັດ ຫຼື ຫລາຍໆຄົນທີ່ກໍາລັງຊອກ ວຽກເຮັດງານທໍາຢູ່, ຫາກສົນໃຈຮ່ວມງານກັບເສັ້ນທາງລົດໄຟລາວຈີນກໍ່ຮີບຟ້າວກຽມເອກະສານ ແລະ ສອບຖາມຂໍ້ມູນເລີຍ.

ຫຼັງຈາກທີ່ ບໍລິສັດທາງລົດໄຟລາວ-ຈີນ ໄດ້ປະກາດຮັບສະ ໜັກພະນັກງານຈໍານວນຫຼາຍຄື ແນວນີ້, ການຮັບສະໜັກພະນັກງານດັ່ງກ່າວອາດຈະຕ້ອງມີໄດ້ຈັດແຈງຢ່າງລະອຽດແດ່ ແລະ ທາງບໍລິສັດໄດ້ແຈ້ງມາວ່າ ການຮັບສະໝັກຈະໄດ້ແບ່ງອອກເປັນ 3 ໄລຍະຄື ໄລຍະທີ່ 1 ແມ່ນຈະຮັບເອົາ ປະມານ 300 ຄົນ ໂດຍເຮັດວຽກຢູ່ ໃນ 4 ຕໍາແໜ່ງງານຄື: ຄົນຂັບລົດໄຟ, ຜູ້ຄຸມການເດີນ ລົດໄຟ, ຊ່າງສ້ອມແປງຫົວຈັກ ລົດໄຟ ແລະ ຊ່າງສ້ອມແປງສິ່ງຕິດ ຕັ້ງພື້ນຖານໂຄງລ່າງ.

ພາບ: Xinhua News

ສະເພາະໄລຍະເວລາທີ່ຈະເປີດຮັບສະໝັກພະນັກງານໄລຍະທີ 2 ແລະ 3 ຍັງບໍ່ທັນມີໄລຍະເວລາ ຫຼື ລາຍລະອຽດທີ່ສັດເຈນ.

ທ່ານໃດສົນໃຈຢາກໄປເຮັດວຽກຢູ່ ນໍາໂຄງການທາງລົດໄຟ ລາວ-ຈີນສາມາດໄປເອົາແບບຟອມ ຢູ່ບໍລິສັດທາງລົດໄຟລາວ-ຈີນຈໍກັດ ຢູ່ ທີ່ຕຶກວຽງຈັນເຊັນເຕີ ຊັ້ນ 06. ສາມາດສົ່ງປະຫວັດຫຍໍ້ ແລະ ຂໍ້ມູນສ່ວນໂຕ ໄປທີ່ເວັບໄຊ www.lcrc.ltd ຫຼື hr@lcrc.ltd ຫຼື ສາມາດຕິດຕໍ່ໂດຍກົງກັບບໍລິສັດ ທາງລົດໄຟລາວ-ຈີນຈໍກັດ.
ເສັ້ນທາງລົດໄຟລາວ-ຈີນ ຕ້ອງການພະນັກງານລາວເກືອບ700 ຄົນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING