11 May
11May

ສປປ ລາວ ມອບ-ສົ່ງແຮງງານມຽນມາ 100 ກວ່າຄົນກັບຄືນປະເທດ

ສປປ ລາວ ແຂວງບໍ່ແກ້ວ ຈັດພິທີມອບ-ສົ່ງແຮງງານມຽນມາ ທີ່ອາໄສຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ 125 ຄົນ, ຍິງ 51 ຄົນ ກັບຄືນປະເທດ ໃນວັນທີ 8 ພຶດສະພາ 2020 ຢູ່ດ່ານບ້ານມອມ ເມືອງຕົ້ນເຜິ້ງ ຕາມການສະເໜີຂອງລັດຖະບານມຽມມາ ກໍຄື ໜັງສືສະເໜີຂອງເຈົ້າແຂວງທ່າຂີ້ເຫລັກ ເພື່ອນຳແຮງງານກັບຄືນປະເທດ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.

ພາບ: phuphamedia.com

ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງຕົ້ນເຜິ້ງ ໄດ້ໃຫ້ຮູ້ວ່າ: ການມອບ-ສົ່ງແຮງງານດັ່ງກ່າວ ແມ່ນປະຕິບັດຕາມຈຸດປະສົງຂອງລັດຖະບານມຽນມາ ກໍຄື ໜັງສືສະເໜີຂອງເຈົ້າແຂວງທ່າຂີ້ເຫລັກ ໂດຍອີງຕາມການສະເໜີຂອງແຮງງານຊາວມຽນມາ ທີ່ມາອອກແຮງງານຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ສປປ ລາວ
ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ກຳລັງຄຸກຄາມທຸກໆປະເທດໃນໂລກ ເຊິ່ງວິກິດການດັ່ງກ່າວ ໄດ້ເຮັດໃຫ້ໂຮງຈັກໂຮງງານ ແລະ ການເຮັດວຽກງານຕ່າງໆໄດ້ຢຸດດຳເນີນກິດຈະການຊົ່ວຄາວ.
ສະເພາະຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ມີແຮງງານມຽນມາ ອາໄສຢູ່ ປະມານ 3.000-4.000 ຄົນ ແລະ ໄລຍະດໍາລົງຊີວິດຢູ່ ແຂວງບໍ່ແກ້ວນີ້ ອຳນາດການປົກຄອງແຕ່ລະຂັ້ນ ກໍໄດ້ອຳນວຍຄວາມສະດວກ ແລະ ໃຫ້ໂອກາດແກ່ແຮງງານມຽນມາ ໃນການທຳມາຫາກິນມາອອກແຮງງານ.
ສປປ ລາວ ມອບ-ສົ່ງແຮງງານມຽນມາ 100 ກວ່າຄົນກັບຄືນປະເທດ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู:    https://doodido.com/

UFABET:    https://www.ufabet369.net/ufabet/

แทงบอล:    https://www.ufabet369.net/

ดูบอล:    https://zonedooball.com/

ดูหนัง HD:    https://moviesdoofree.com/

Comments
* The email will not be published on the website.
I BUILT MY SITE FOR FREE USING