ເພື່ອສົ່ງເສີມການພັດທະນາສິ່ງແວດລ້ອມໃນ ສປປ ລາວ ກໍຄືໃນໂລກໃຫ້ດີຂື້ນ, ຢູ່ແຂວງພາກໃຕ້ຂອງ ສປປ ລາວ ກ່ຳລັງຈະໄດ້ມີການພັດທະນາໂຄງການພະລັງງາມໄຟຟ້າແສງຕາເວັນ ແລະ ໄດ້ເປີດພິທີເຊັນສັນຍາຮ່ວມກັນພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ໃນວັນທີ 2 ກັນຍາຜ່ານມານີ້.
ທ່ານ ວິເດດ ວິຊຸນນະລາດ ຜູ້ອໍານວຍການບໍລິສັດ NCG ກ່າວວ່າ: ເພື່ອເປັນສ່ວນໜຶ່ງໃນການພັດທະນາພະລັງງານທົດແທນທີ່ເປັນພະລັງງານສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມຢູ່ໃນລາວຂອງ 2 ໂຄງການດັ່ງກ່າວນີ້ຄື:
ໂຄງການໄຟຟ້າພະລັງງານແສງຕາເວັນ ທີ່ເມືອງລະມາມ ແຂວງເຊກອງ ກວມເອົາເນື້ອທີ່ປະມານ 720 ເຮັກຕາ ຫ່າງຈາກແລວສາຍສົ່ງ 115 kV ປະມານ 2 ກິໂລແມັດ, ມີກໍາລັງຕິດຕັ້ງ 500 MW, ກໍາລັງການຜະລິດ 739 GWh/y, ຄາດວ່າຈະມີມູນຄ່າການກໍ່ສ້າງທັງໝົດ 332 ລ້ານກວ່າໂດລາສະຫະລັດ.
ສ່ວນໂຄງການພະລັງງານໄຟຟ້າແສງຕາເວັນທີ່ ເມືອງໂຂງ ແມ່ນຕັ້ງຢູ່ບ້ານນາຝັງ ແລະ ບ້ານຫ້ວຍຍາງ ເມືອງປະທຸມພອນ ແຂວງຈຳປາສັກ, ກວມເນື້ອທີ່ປະມານ 93,1 ເຮັກຕາ, ຫ່າງຈາກສະຖານີໄຟຟ້າ 115/22 kV ຢູ່ບ້ານນາ ປະມານ 16,5 ກິໂລແມັດ ກໍາລັງຕິດຕັ້ງ 80 MW ກໍາລັງການຜະລິດ 123,68 GWh/y ຄາດວ່າຈະມີມູນຄ່າໂຄງການ 57,31 ລ້ານກວ່າໂດລາສະຫະລັດ ແລະ ຄາດວ່າຈະສໍາເລັດການກໍ່ສ້າງພາຍໃນ 2 ປີຕໍ່ໜ້ານີ້.
ຈະພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນຢູ່ພາກໃຕ້ຂອງລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.