ແຂວງວຽງຈັນ ຍັງມີຫລາຍເມືອງທີ່ມີທ່າແຮງທີ່ຈະເປັນແຫຼ່ງທ່ອງທ່ຽວທຳມະຊາດ.
ຈາກການສຳຫລວດພື້ນທີ່ແຂວງວຽງຈັນ ເຫັນວ່າຍັງມີອີກຫລາຍເຂດທີ່ມີທ່າແຮງໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫຼາຍຄືກັນກັບເມືອງວັງວຽງ. ເຂດເມືອງຊະນະຄາມ, ເມືອງໝື່ນ ແລະ ເມືອງເຟືອງ ມີສະຖານທີ່ທຳມະຊາດສວຍງາມຫຼາຍແຫ່ງ ເຊິ່ງຕັ້ງຢູ່ເຂດເໝາະສົມສຳລັບພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ເພື່ອດຶງດູດນັກທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ. ເມືອງຊະນະຄາມ, ເມືອງໝື່ນ ແລະ ເມືອງເຟືອງ ມີສະຖານທີ່ທຳມະຊາດທີ່ສວຍງາມຫລາຍແຫ່ງ ແລະ ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ມີຄົນໄປທ່ຽວຫຼາຍບໍ່ເປັນຮອງເມືອງວັງວຽງແນ່ນອນ; ຖ້າໄດ້ຮັບການເຜີຍແຜ່ໂຄສະນາເປັນບໍລິເວນກວ້າງ ແລະ ຖ້າໄດ້ຮັບການພັດທະນາໂດຍຜູ້ປະກອບການດ້ານການທ່ອງທ່ຽວທີ່ສໍາຄັນແມ່ນການປະສານງານລະຫວ່າງຜູ້ພັດທະນາ ແລະ ຄົນທ້ອງຖິ່ນ ຈະສາມາດຖອດຖອນບົດຮຽນທີ່ດີຈາກແຫຼ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາ ແລະ ມີຄຸນນະພາບ.
ພາບ: laoedaily.com.la ຈາກຄວາມຄິດເຫັນຈາກປະສົບການຂອງທ່ານ ອິນທີ ຜູ້ທີ່ຄຸກຄີກັບການທ່ອງທ່ຽວມາຢ່າງດົນນານໄດ້ໃຫ້ຄວາມຄິດເຫັນວ່າ: ເພື່ອຫຼີກລຽງຂໍ້ຜິດພາດທີ່ມີບາງແຫຼ່ງທ່ອງທ່ຽວຕ່າງໆທີ່ເຄີຍປະສົບຜ່ານມານັ້ນ ຖືວ່າການທ່ອງທ່ຽວເປັນເລື່ອງທີ່ລະອຽດອ່ອນ ຫາກຮູ້ທ່າແຮງຂອງການພັດທະນາແລ້ວ ສຳຄັນຍັງແມ່ນການກຳນົດກຸ່ມລູກຄ້າ ເພື່ອເປັນແນວທາງໃຫ້ເຮົາພັດທະນາຜະລິດຕະພັນໃຫ້ກົງກັບຕະຫຼາດກຸ່ມເປົ້າໝາຍ ເຊິ່ງເປັນເລື່ອງບໍ່ງ່າຍ ແລະ ບໍ່ຍາກ ແຕ່ມັນຮຽກຮ້ອງໃຫ້ເຮັດວຽກກັນເປັນທີມ. ສະນັ້ນ, ການເຮັດວຽກໃນຮູບແບບດຽວກັນເປັນເລື່ອງສຳຄັນຫຼາຍ.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์