ແຈ້ງການເຖິງພາກທຸລະກິດທີ່ຈະດໍາເນີນກິດຈະການໃນໄລຍະນີ້ຕ້ອງຮັບປະກັນໃນການຕ້ານໂຄວິດ-19
ເນື່ອງຈາກການລັດຖະບານມີນະໂຍບາຍໃຫ້ ປະຊາຊົນຢູ່ບ້ານ, ຫ້ອງການຕ່າງໆໃຫ້ຍຸດຕິຊົວຄາວຍ້ອນການລະບາດຂອງໂຄວິດ 19 ນີ້, ແລະ ໃຫ້ສະເພາະພະນັກງານທີ່ຈຳເປັນຕ້ອງໄດ້ໄປ ຫລື ກິດຈະການທີ່ຈຳເປັນຕ້ອງໄດ້ດຳເນີນການປົກກະຕິໃຫ້ມີການເຄືອນໄຫວດ້ວຍຄວາມລະມັດລະວັງ.
 |
ພາບ: laopost.com |
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການແນະນໍາເມື່ອວັນທີ 21 ເມສາ 2020 ທີ່ຜ່ານມາ ເຖິງ ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ທີ່ຈໍາເປັນຕ້ອງໄດ້ເປີດກິດຈະການ ຫຼື ດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ.
ບັນດາເງື່ອນໄຂປະກອບມີ: ໂຄງການ, ບໍລິສັດ ແລະ ໂຮງງານຕ້ອງມີພື້ນທີ່ເຮັດວຽກເປັນຂອບເຂດສະເພາະ (ມີບ່ອນເຮັດວຽກ, ບ່ອນພັກເຊົາໃນຂອບເຂດສະເພາະໄດ້ມາດຕະຖານໃຫ້ພະນັກງານ-ກໍາມະກອນຢ່າງພຽງພໍ), ມີສະຖານທີ່ເຮັດວຽກ, ຫ້ອງອາຫານ ແລະ ທີ່ພັກບໍ່ແອອັດ ແລະ ຮັບປະກັນໄລຍະຫ່າງກັນ 1 ແມັດ, ມີລົດຮັບສົ່ງພະນັກງານ-ກໍາມະກອນ, ມີນໍ້າສະອາດເພື່ອນໍາໃຊ້ຢ່າງພຽງພໍ ຕະຫຼອດ 24 ຊົ່ວໂມງ ມີບ່ອນລ້າງມື ພ້ອມທັງສະບູ, ເຈວລ້າງມື ແລະ ຜ້າອັດດັງ-ປາກໃຫ້ພຽງພໍ ສໍາລັບພະນັກງານ-ກໍາມະກອນທຸກໆຄົນ, ມີເຈົ້າໜ້າທີ່ຮັກສາເວນຍາມຕະຫຼອດ 24 ຊົ່ວໂມງ ເພື່ອກວດກາຄົນ, ມີໜ່ວຍງານອະນາໄມກໍາຈັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ອາດສ່ຽງຕໍ່ການຕິດເຊື້ອພະຍາດ, ມີການອໍານວຍຄວາມສະດວກໃຫ້ແກ່ທີມແພດ ເຂົ້າໄປຕິດຕາມກວດກາ ເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດໂຄວິດ-19 ໃນແຕ່ລະໄລຍະ.
ເບິ່ງລາຍລະອຽດເພີ່ມໄດ້ທີ່:
ແຈ້ງການເຖິງພາກທຸລະກິດຕ້ອງຮັບປະກັນໃນການຕ້ານໂຄວິດ-19ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido