17 Jul
17Jul

ສປປ ລາວ ຈະມີປະຊາກອນຫລາຍກ່ວາ 8 ລ້ານຄົນໃນປີ 2030.

    ສປປ ລາວເຮົາປະຈຸບັນ ນັບມື້ນັບຂະຫຍາຍຕົວ ແລະ ປະຊາກອນຂອງລາວເຮົາເອງກໍ່ນັບມື້ນັບເພີ່ມຂື້ນ ຈາກການເຕີບໃຫຍ່ຂະຫຍາຍຕົວຂອງບ້ານເມືອງ ແລະ ການໃຫ້ກຳເນີດເດັກນ້ອຍໃໝ່ກໍ່ມີຈ່ຳນວນຫລາຍຂື້ນ ອັນເປັນເຫດຜົນທີ່ຈະເຮັດໃຫ້ ສປປ ລາວເຮົາມີອັດຕາການຂະຫຍາຍຕົວຂອງພົນລະເມືອງມີແນວໂນ້ມຈະເພີ່ມຂື້ນຫລາຍ ບໍ່ລວມທັງຊາວຕ່າງຊາດທີ່ມາດຳລົງຊິວິດຢູ່ລາວອີກ.

ພາບ: dreamstime.com

    ຕາມຂໍ້ມູນຂອງ ຂປລ ໃຫ້ຮູ້ວ່າ, ໃນວັນທີ 10 ກໍລະກົດ 2020 ນີ້ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວ ໃນພິທີສະເຫລີມສະຫລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ວ່າ: ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ.

    ສະນັ້ນ, ຈິ່ງຈຳເປັນຈະຕ້ອງໄດ້ເພີ່ມທະວີ ການລົງທຶນໃສ່ການປັບປຸງ ການສຶກສາລະດັບມັດທະ ຍົມ ໂດຍໃຫ້ມີໂຮງຮຽນ ແລະ ຄູສອນທີ່ມີທັກສະພຽງພໍ ເພື່ອຮັບຮອງນັກຮຽນເຖິງ 1 ລ້ານກວ່າຄົນທີ່ຈະບັນຈຸເຂົ້າ ໃນການສຶກສາລະດັບ ມັດທະຍົມໃນຕໍ່ໜ້າ; ພາຍໃນປີ 2030 ຕ້ອງມີວຽກຮອງຮັບຊາວໜຸ່ມ 87.000 ຄົນ ທີ່ຈະເພີ່ມຂຶ້ນໃນແຕ່ລະປີ ແລະ ຈະຕ້ອງມີນະໂຍບາຍ ເພື່ອຮັບປະກັນດ້ານສຸຂະພາບ, ເພີ່ມບຸກຄະລາກອນ ດ້ານສາທາລະນະສຸກ ໂດຍສະເພາະແພດພະດຸງຄັນ ຂຶ້ນອີກ 50% ຂອງຈໍານວນແພດພະດຸງຄັນ ໃນທົ່ວປະເທດ.

ສປປ ລາວ ຈະມີປະຊາກອນຫລາຍກວ່າ 8 ລ້ານຄົນໃນປີ 2030



ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING