11 Jun
11Jun

ປະເທດລາວ ມີແຫລ່ງທ່ອງທ່ຽວຫລາຍກວ່າ 2000 ແຫລ່ງ

ເນື່ອງຈາກຊວງນີ້ຍັງຢູ່ໃນຊວງຂອງໂຄວິດ19 ແລະ ຫລາຍໆແຫລ່ງທ່ອງທ່ຽວໄດ້ໃຊ້ເວລາຊວງນີ້ປັບປຸ່ງສະຖານທີ່ຮ້ານອາຫານ ແລະ ອື່ນໆຂອງຕົວເອງເພື່ອກຽມພ້ອມສຳລັການທ່ອງທ່ຽວຫລັງຈາກໂຄວິດ, ແລະ ໄດ້ຄົ້ນພົບຂໍ້ມູນຂອງສຳນັກຂ່າວສານປະເທດລາວໄດ້ເປີດເຜີຍຂໍ້ມູນຂອງປີ 2017 ວ່າ ປະເທດລາວ ມີແຫລ່ງທ່ອງທ່ຽວທັງໝົດ ຫລາຍກວ່າ 2000 ແຫລ່ງ ພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ປີ 2017 ແຫລ່ງທ່ອງທ່ຽວທົ່ວປະເທດມີ 2.104 ແຫລ່ງ ໃນນັ້ນ ເປັນແຫລ່ງທ່ອງທ່ຽວ ທຳມະຊາດ1.194 ແຫລ່ງ, ແຫລ່ງທ່ອງທ່ຽວ ທາງວັດທະນະທຳ 628 ແຫລ່ງ ແລະ ແຫລ່ງທ່ອງທ່ຽວ ທາງປະຫວັດສາດ 282 ແຫລ່ງ. ໃນປີ 2016 ທົ່ວປະເທດ ສຳເລັດການສຳຫລວດ-ຈັດສັນ ແລະ ກຳນົດຂອບເຂດ ແຫລ່ງທ່ອງທ່ຽວໄດ້ 12 ແຫ່ງ, ສຳເລັດການປັກຫລັກໝາຍ 20 ແຫ່ງ; ໃນນັ້ນ ມີແຫລ່ງທ່ອງທ່ຽວ ທີ່ເປັນບູລິມະສິດ 3 ແຫ່ງ ຄື:

ນ້ຳຕົກຕາດຈຳປີ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ, ຖ້ຳປູຄຳ ເມືອງວັງວຽງ ແຂວງວຽງຈັນ ແລະ ບໍ່ນ້ຳຮ້ອນ ເມືອງຫົວເມືອງ ແຂວງຫົວພັນ.

ພາບ: laopost.com

ພ້ອມດຽວກັນ, ຂະແໜງທ່ອງທ່ຽວ ໄດ້ປະຕິບັດນະໂຍບາຍ ການມີສ່ວນຮ່ວມ ເພື່ອພັດທະນາການ ທ່ອງທ່ຽວ ໃຫ້ມີຄວາມຍືນຍົງ, ສົ່ງເສີມການທ່ອງທ່ຽວ ໃຫ້ເປັນວົງຈອນຄົບຊຸດ, ທັນສະໄໝ ແລະ ຍືນຍົງ; ດຶງດູດນັກທ່ອງທ່ຽວ ຈາກພາກພື້ນ ແລະ ສົ່ງເສີມນັກທ່ອງທ່ຽວ ທີ່ມີລາຍໄດ້ສູງ ເຂົ້າມາທ່ອງທ່ຽວ ໃຫ້ຫລາຍຂຶ້ນ.
ເຊິ່ງປັດຈຸບັນ ທົ່ວປະເທດ ມີດ່ານສາກົນ 27 ແຫ່ງ ສາມາດເອົາວີຊາກັບດ່ານໄດ້ 22 ແຫ່ງ, ມີສະໜາມບິນສາກົນ 4 ແຫ່ງ. ລັດຖະບານ ໄດ້ເຊັນສົນທິສັນຍາ ຍົກເວັ້ນວີຊາສອງຝ່າຍ ໃຫ້ກັບ 45 ປະເທດ ແລະ ຍົກເວັ້ນວີຊາຝ່າຍດຽວ ກັບປະເທດ ສ.ເກົາ ຫລີ, ຍີ່ປຸ່ນ, ລຸກຊຳບວກ, ສະວິດເຊີແລນ. ນອກນີ້ ຍັງໄດ້ພັດທະນາ ໂຄງລ່າງພື້ນຖານ ຢ່າງມະຫາສານ ເປັນຕົ້ນ ປັບປຸງສະໜາມບິນ, ສ້າງທາງຄົມມະນາຄົມໃຫ້ເຊື່ອມຈອດກັນ ໃນທົ່ວປະເທດ ແລະ ເຊື່ອມຈອດກັບ ປະເທດເພື່ອນບ້ານໃກ້ຄຽງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ໃນການເຂົ້າ-ອອກ.
ສປປ ລາວ ມີແຫລ່ງທ່ອງທ່ຽວຫລາຍກວ່າ 2000 ແຫລ່ງ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING