11 Jul
11Jul

ພູຫຍ້າຄາ ຈຸດຊົມວີວທີ່ງົດງາມ ແຫລ່ງທ່ຽວໃໝ່ຂອງອຸດົມໄຊ.

    ແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ມີສິ່ງທີ່ໜ້າສົນໃຈຫຼາຍໆຢ່າງ ວັດທະນະທຳ, ຮີດຄອງປະເພນີ, ແຫຼ່ງທ່ອງທ່ຽວຕ່າງໆ, ແລະ ຫລາຍບ່ອນກໍເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງຫລາຍ ແລະ ຫລາຍໆຄົນກໍຄົນຈະເຄີຍໄປທ່ຽວມາແດ່ແລ້ວ, ສະນັ້ນຕອນນີ້ເຮົາຈະມາຮູ້ແຫລ່ງທ່ອງທ່ຽວ ເອີ້ນວ່າບ່ອນໃໝ່ອີກບ່ອນໜຶ່ງກໍວ່າໄດ້ ເຊິ່ງກ່ຳລັງປັບປຸ່ງໃໝ່ເພື່ອຈະເຮັດໃຫ້ຈຸດຊົມວິວຕ່າງໆໄດ້ກັບບັນຍາກາດຂອງມັນ.

ທ່ອງທ່ຽວ ແຂວງອຸດົມໄຊ

    ພູຫຍ້າຄານີ້ ຄິດວ່າຫຼາຍທ່ານຍັງບໍ່ທັນໄດ້ໄປສຳຜັດ ຫຼ້າສຸດ ທິມງານວິຊາການຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ໄດ້ລົງສຳຫລວດແຫລ່ງທ່ອງທ່ຽວບ້ານຫລັກ 32 ກຸ່ມຫົວນ້ຳງາ ເມືອງໄຊ ແຂວງ ອຸດົມໄຊ.
ນັບວ່າເປັນຄວາມຫວັງ ຫຼື ບ່ອນທ່ຽວໃໝ່ທີ່ຫາກນັກລົງທຶນທີ່ກຳລັງເບິ່ງຫາເຖິງການທ່ອງທ່ຽວໃນລາວທີ່ສາມາດພັດທະນາໄດ້ ເພາະໃນການສຳລວດຄັ້ງນີ້ມີ ຈຸດຊົມວີວ ພູຫຍ້າຄາ (ພູຫຍ້າຄາ ຄ້າຍບ່ອນຍົນລົງຂອງຝຣັ່ງຕອນສະໄໝສົງຄາມ) ປ່າຫີນ, ຈຸດຊົມວີວ, ຂົວຫີນ, ແລະ ຜາຫີນຄ້າຍຄື ພະ ຍາງູໃຫຍ່ ລາຍລະອຽດມີດັ່ງນີ້:
1 ຈຸດຊົມວີວ:
    ເລີ່ມຕົ້ນຈາກ ຫ້ອງການບ້ານຫລັກ 32 ກຸ່ມຫົວນ້ຳງາໄປທາງທິດຕາເວັນຕົກ ປະມານ 7 ກິໂລແມັດ ຜ່ານ ສວນ, ນາ ຂອງປະຊາຊົນ ເປັນເສັ້ນທາງທະລຸ ເຊິ່ງສາມາດນຳໃຊ້ລົດຊິ້ງ, ລົດໄຖນາ ໄປໄດ້ແຕ່ຂ້ອນຂ້າງລໍາບາກໜ້ອຍໜຶ່ງ ໃນການຍ່າງສຳຫລວດໃນຄັ້ງນີ້ ໃຊ້ເວລາປະມານ 4 ຊົ່ວໂມງ 30 ນາທີ ຈຶ່ງຮອດຈຸດຊົມວີວ ລະຫວ່າງເສັ້ນທາງຍ່າງຈາກຈຸດສິ້ນສຸດຂອງເສັ້ນທາງລົດ ແມ່ນໄດ້ຍ່າງໄປຕາມເສັ້ນທາງຫາກິນຂອງປະຊາຊົນ ແລະ ທັງເປັນເຂດປ່າສະຫງວນທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ພຶກສາຊາດ, ຊີວະນາໆພັນ ມີຫ້ວຍນ້ຳ, ປ່າໄມ້, ຫີນຜາ ຕົ້ນໄມ້ໃຫຍ່ຫລາກຫລາຍຊະນິດ ຂຽວສົດງົດງາມອາກາດສົດຊື່ນເຢັນດີ ບວກກັບສຽງ ຮ້ອງຂອງສັດປ່າ ນົກຫລາຍຊະນິດຮ້ອງສົ່ງສຽງດັງກ້ອງໄປໄກ ເປັນຕາອອນຊອນ.
ພູຫຍ້າຄາ ຈຸດຊົມວີວທີ່ງົດງາມ ແຫລ່ງທ່ຽວໃໝ່ຂອງອຸດົມໄຊ.



ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING