ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳດອນລົບປາດີເມືອງໂຂງທີ່ໜ້າຄົ້ນຫາ.
ລົບປາດີ ເປັນບ້ານດອນແຫ່ງໜຶ່ງຂອງຫຼາຍໆບ້ານຂຶ້ນກັບເມືອງໂຂງ ແຂວງຈຳປາສັກ ທີ່ຖືກຈັດຢູ່ອັນດັບທີ 3 ຂອງດອນໃຫຍ່ໃນເຂດມະຫານະທີສີພັນດອນ ຖັດຈາກດອນໂຂງ ແລະ ດອນສົມ ເຊິ່ງເປັນດອນຕັ້ງຢູ່ກາງແມ່ນ້ຳຂອງ ທີ່ໄຫຼຜ່ານຄືກັນກັບດອນອື່ນໆລົງສູ່ເຫວຫຼີ່ຜີ ປະກອບກັບໝູ່ດອນນ້ອຍ – ໃຫຍ່ທີ່ຢັງຢາຍກັນໄປທົ່ວ ລວມໄປເຖິງບັນດາແກ້ງຫີນຕ່າງໆທີ່ເປັນອຸປະສັກໃນການເດີນເຮືອ ບໍ່ວ່າຈະເປັນລະດູແລ້ງ ຫຼື ລະດູຝົນ ຕ່າງກໍປາກົດໃຫ້ເຫັນເປັນປະຈຳ. ແຕ່ສຳລັບປະຊາຊົນໃນເຂດນັ້ນເຂົາມີຄວາມຊິນເຄີຍກັບໜ້ານ້ຳເປັນຢ່າງດີ. ສະນັ້ນ, ເວລາຂີ່ເຮືອໄປທ່ຽວ ໂດຍຄົນໃນເຂດນີ້ເປັນຜູ້ພາທາງ ຈຶ່ງໝັ້ນໃຈໃນປະສົບການແລ່ນເຮືອຂອງເຂົາເຈົ້າ.
ພາບ: laoedaily.com.laທີ່ມາຂອງຄຳເວົ້າດັ່ງກ່າວເກີດມາຈາກເລື່ອງທີ່ຄົນເລົ່າຂານກັນມາວ່າ: ມີຄົນຈາມ ( ຊົນເຜົ່າໜຶ່ງທີ່ມີຫຼາຍຢູ່ຂະເໝນ ຕັ້ງແຕ່ກຳປົງຈາມລົງໄປທາງຂະເໝນໃຕ້ ) ທີ່ເດີນທາງຂຶ້ນມາຂາຍຄ້ອງ ເມື່ອມາຮອດດອນລົບປາດີ ກໍເລີຍພັກແຮມຄືນທີ່ວັດບ້ານດັ່ງກ່າວ. ພໍຮອດຍາມ 18:00 ໂມງ ພາຍຫຼັງທີ່ພະສົງໄດ້ສໍາເລັດການໄຫວ້ພະສູດມົນແລ້ວ ພວກຈາມກໍເຂົ້າໄປສົນທະນາກັບພະສົງວັດທີ່ຕົນພັກຢູ່ນັ້ນ ເມື່ອສົນທະນາປາໄສກັນໄປຫຼາຍເລື່ອງ ກໍເລີຍສົນທະນາໄປເຖິງວິຊາອາຄົມເຮັດໃຫ້ເກີດຢາກຂໍທົດລອງກັບພະອາຈານທີ່ເປັນເຈົ້າອະທິການວັດນັ້ນ ວ່າຈະມີວິຊາອາຄົມເກັ່ງແທ້ ຫຼື ບໍ່?.ຈາກນັ້ນ, ພະອາຈານກໍໄດ້ຂາບພະພຸດທະຮູບອົງໃຫຍ່ພາຍໃນສິມນັ້ນ 3 ບາດ ແລ້ວກໍໃຫ້ຊາຍຈາມຄົນນັ້ນທົດລອງດ້ວຍການເອົາງ້າວຟັນເຖິງ 9 ຄັ້ງ, ແຕ່ພະອາຈານອົງນັ້ນບໍ່ມີຮ່ອງຮອຍທີ່ເປັນບາດແຜແນວໃດເລີຍ ຈົນເຮັດໃຫ້ຈາມຄົນນັ້ນເກີດອັດສະຈັນ ແລະ ເກີດສັດທາຢ່າງຍິ່ງ ຈົນມີສຽງກ່າວຂານຊ່າລືຕັ້ງແຕ່ນັ້ນມາ.
ເມື່ອປວງຊົນທັງຫຼາຍໄດ້ຍິນຂ່າວທີ່ຖືກເລົ່າຂານຈາກປາກຕໍ່ປາກ ແລ້ວກໍພາກັນມາຂາບໄຫວ້ພະພຸດທະຮູບດັ່ງກ່າວ ເຊິ່ງປະຊາຊົນທ້ອງຖິ່ນເອີ້ນວ່າ “ ໄຫວ້ນົບພະດີ ”. ເມື່ອເວລາຕໍ່ມາຄຳວ່າ “ ໄຫວ້ ” ໄດ້ຫາຍໄປຈາກຄໍາເວົ້າ ຍັງເຫຼືອແຕ່ຄຳວ່າ “ ນົບພະດີ ”, ແຕ່ເມື່ອຮອດຍາມປົດປ່ອຍປະເທດຊາດຢ່າງເປັນທາງການ ໃນໄລຍະປີ 1975 ເປັນຕົ້ນມາ ໄດ້ມີການກໍານົດຊື່ບ້ານຄືນໃໝ່ ຈຶ່ງໄດ້ປ່ຽນຄຳວ່າ “ ນົບພະດີ ” ມາເປັນ “ ລົບປາດີ ” ຈົນຮອດປັດຈຸບັນ.
ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳດອນລົບປາດີເມືອງໂຂງ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์