ແຫຼ່ງທ່ອງທ່ຽວທາງວັດທະນະທຳໜອງຍື່ງກັບທຳມະຊາດອັນສວຍງາມ.
ຖ້າຈະເວົ້າເຖິງເມືອງນາໝໍ້ຫຼາຍໆຄົນກໍຄົງເຄີຍໄດ້ຍິນເພາະເປັນເມືອງທີ່ຂຶ້ນຊື່ດ້ານການທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາອັນຫຼາກຫຼາຍ ລວມທັງປະກອບດ້ວຍຫຼາຍຊົນເຜົ່ານອກຈາກນີ້ຍັງມີແຫຼ່ງທ່ອງທ່ຽວທາງທໍາມະຊາດຫລາຍແຫ່ງເປັນຕົ້ນແມ່ນໜອງຍື່ງ. ໜອງຍື່ງອ້ອມຮອບໃນໜອງປະກອບດ້ວຍຕົ້ນໄມ້ນ້ອຍ-ໃຫຍ່ ແລະສັດສາວາສິ່ງຫຼາກ ຫຼາຍຊະນິດເຊັ່ນ: ປາ, ແລນ, ເຕົ່າ ແລະອື່ນໆທີ່ລືຊື່ ແລະ ມີປະຫວັດຄວາມເປັນມາອັນຍາວນານ ແລະໜ້າສົນໃຈ, ໜອງແຫ່ງນີ້ປະຊາຊົນມັກມາທ່ຽວຫຼິ້ນ ແລະ ຊົມບັນຍາກາດທີ່ສົດຊື່ນ, ແລະ ໜອງຍື່ງຕັ້ງຢູ່ບ້ານພູລີ ເມືອງນາໝໍ້ ແຂວງອຸດົມໄຊ ໄລຍະທາງຫ່າງຈາກເທສະບານປະມານ 24 ກິໂລແມັດ.
ພາບ: sethakit-psx.la ຕາມການເລົ່າປາກຕໍ່ປາກສືບຕໍ່ກັນມາໜອງຍື່ງຫຼືພາສາມົ້ງເອີ້ນວ່າ: “ປາຢາ”ມີຄວາມໝາຍວ່າໜອງໂຕເງືອກ. ໃນເມື່ອກ່ອນແມ່ນບ້ານຂອງເຜົ່າກຶມມຸໃນມື້ໜຶ່ງມີຟານຂາວໂຕໜຶ່ງເຂົ້າມາໃນບ້ານປະຊາຊົນຈຶ່ງໄດ້ໄລຈັບຟານຂາວໂຕນັ້ນມາຂ້າປັນກັນກິນແຕ່ມີແມ່ໝ້າຍເຖົ້າໃນຄອບຄົວໜຶ່ງບໍ່ສາມາດເຄື່ອນໄຫວປະກອບສ່ວນແຮງງານກັບຊາວບ້ານໄດ້ເຂົາຈຶ່ງບໍ່ປັນຊີ້ນຟານຂາວໃຫ້ລາວກິນ.
ແຕ່ໃນມື້ນັ້ນຕອນແລງມີຊາຍຜູ້ໜຶ່ງຮູບຮ່າງງາມ (ໝາຍຄວາມວ່າຊາຍຄົນນັ້ນແມ່ນເງືອກແປງເປັນຄົນ) ທີ່ແປກໆເຂົາຖາມແມ່ໝ້າຍວ່າ: ແລງນີ້ແມ່ຈະກິນເຂົ້າກັບຫຍັງ? ແມ່ໝ້າຍຕອບວ່າ: ຈະກິນເຂົ້າກັບແຈ່ວຊາຍຜູ້ນັ້ນຕອບວ່າ: ລູກຍ່າງຜ່ານທາງກາງບ້ານມາແຕ່ລະຄອບຄົວເພິ່ນກິນແຕ່ຊີ້ນຟານຂາວນັ້ນຍັງແຕ່ຄອບຄົວແມ່ບໍ່ໄດ້ກິນກໍ່ດີແລ້ວ ແລະລາວໄດ້ແນະນຳໃຫ້ແມ່ໝ້າຍວ່າ: ໃນຄືນນີ້ຮອດກາງຄືນຫຼື 12 ໂມງຝົນຈະຕົກ, ຟ້າເຫຼື້ອມ, ຟ້າຜ່າແຮງຖ້າແສງຟ້າຜ່າເຫຼື້ອມແຈ້ງໄປທາງໃດໃຫ້ແມ່ແລ່ນໄປທາງແສງຟ້າເຫຼື້ອມເນີແລ້ວຊາຍຄົນນັ້ນກໍ່ໄດ້ຍ່າງອອກໄປ.
ໜອງຍື່ງແຫຼ່ງທ່ອງທ່ຽວທາງວັດທະນະທຳ ເມືອງນາໝໍ້ ແຂວງອຸດົມໄຊຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์