ແຫຼ່ງທ່ອງທ່ຽວ ໜອງປາຝາດອນແດງ ທີ່ເຄີຍເປັນເຂດມະເຫສັກ.
ໜອງປາຝາບ້ານດອນແດງເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ຕິດພັນກັບວິຖີຊີວິດຂອງປະຊາຊົນ, ໜອງດັ່ງກ່າວ ຕັ້ງຢູ່ເຂດບ້ານດອນແດງ, ເມືອງຈຳພອນ, ແຂວງສະຫວັນນະເຂດ, ເປັນໜອງທີ່ມີມາແຕ່ດົນນານ ແລະ ເປັນໜອງທຳມະຊາດ, ເປັນແຫຼ່ງຊອກຢູ່ຫາກິນຂອງສັດນາໆຊະນິດທີ່ອາໄສຢູ່ໃນຂອບເຂດບໍ່ລິເວນນັ້ນ.
ປະຈຸບັນໜອງ ປາຝາ ໄດ້ຖືກພັດທະນາເປັນສະຖານທີ່ທ່ອງທ່ຽວຂອງເມືອງຈຳພອນ ກໍຄືຂອງແຂວງສະຫວັນນະເຂດຈຶ່ງເປັນທີ່ຮູ້ ຈັກກັນຢ່າງກວ້າຂວາງທັງພາຍໃນ ແລະ ຕ່າງປະເທດ, ມີເສັ້ນທາງເຂົ້າຮອດສະດວກ, ລົດນ້ອຍ ຫຼືລົດໃຫຍ່ກໍສາມາດເຂົ້າ ໄປຮອດເຂດໜອງໄດ້, ເຊິ່ງມີໄລຍະທາງຫ່າງຈາກເທດສະບານແຂວງປະມານ 65 ກິໂລແມັດ, ໄປຕາມເສັ້ນທາງເລກທີ 13 ໃຕ້ ລ້ຽວຂວາເຂົ້າຫຼັກກິໂລແມັດທີ 35 ໄປປະມານ 30 ກິໂລແມັດ ກໍເຖິງແລ້ວ.
ພາບ: ປະເທດລາວ Pathedlaoໜອງປາຝາແຫ່ງນີ້ ແຕ່ກ່ອນ ເຄີຍເປັນເຂດມະເຫສັກປົກປັກຮັກສາມາແຕ່ດົນນານ, ມີນົກນາໆຊະນິດອາໄສຢູ່ຢ່າງຫຼວງຫຼາຍ ເດັ່ນກວ່າໝູ່ແມ່ນ ມີປາຝາຈຳນວນຫຼາຍອາໄສຢູ່ທີ່ໜອງນີ້, ຊຶ່ງເຈົ້າມະເຫສັກເພິ່ນໄດ້ເອີ້ນຊື່ປາຝານີ້ວ່າ:
ຄວາຍຕູ້ເອີຍ! ຖ້າຫາກວ່າທ່ານໃດ ທີ່ຕ້ອງການໄປທ່ຽວຊົມຊົມ ແລະ ຢາກເຫັນປາຝາຂຶ້ນມາປະກົດຕົວຕ້ອງໃຫ້ເຂົ້າ ຫຼືເຂົ້າໜົມ ແລະ ອື່ນໆ ຫຼືໃຫ້ເດັກ ນ້ອຍໃນບໍລິເວນນັ້ນມາເອີ້ນໃຫ້ ໂດຍຕ້ອງເວົ້າວ່າ:
ຄວາຍຕູ້ເອີຍຂຶ້ນມາກິນເຂົ້າເດີ້… ຈາກນັ້ນປາຝາກໍຈະມາ ຕາມສຽງເອີ້ນ ທັງໂຕນ້ອຍໂຕໃຫຍ່ເປັນຈຳນວນຫຼາຍ, ປາຝາດັ່ງກ່າວນັ້ນ ບໍ່ສາມາດແຕະຕ້ອງໄດ້, ຖ້າໃຜແຕະຕ້ອງນຳ ຂຶ້ນມາຈະມີອັນເປັນໄປຕາມຄວາມເຊື່ອຂອງຊາວບ້ານ.
ໜອງປາຝາດອນແດງ ສະຖານທີ່ທີ່ສວຍງາມຂອງ ສະຫວັນນະເຂດຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์