ແຮງງານຈີນຢູ່ເຂດເສດຖະກິດພິເສດສາມຫລຽມຄຳກັບຄືນປະເທດໄດ້ແລ້ວ.
ເນື່ອງຈາກໃນທົ່ວໂລກໄດ້ຮັບຜົນກະທົບຈາກພະຍາດໂຄວິດ 19 ເຂດເສດຖະກິດພິເສດສາມຫຼຽມຄຳ ແຂວງບໍ່ແກ້ວ ໄດ້ປະຕິບັດມາດຕະການ ຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດດັ່ງກ່າວ. ໂດຍສະເພາະທາງເຂດເສດຖະກິດພິເສດ ກໍໄດ້ປິດກິດຈະການຊົ່ວຄາວໄລຍະໜຶ່ງ, ຫ້າມຄົນບໍ່ໃຫ້ເຂົ້າ, ບໍ່ໃຫ້ອອກ ຖ້າບໍ່ໄດ້ຮັບການອະນຸຍາດ, ຈຶ່ງໄດ້ເຮັດໃຫ້ຈໍານວນຄົນດັ່ງກ່າວຕົກຄ້າງມາເປັນເວລາເກືອບ 2 ເດືອນ.
ພາບ: Medialaos ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ໄດ້ສົມທົບ ກັບ ສະພາບໍລິຫານເຂດເສດຖະກິດ ພິເສດສາມຫຼຽມຄຳ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເພື່ອສົ່ງແຮງງານຄົນຈີນທີ່ໝົດສັນຍາການເຮັດວຽກ, ຕົກຄ້າງຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາ ຈໍານວນ 354 ຄົນ, ຍິງ 48 ຄົນ ກັບຄືນປະເທດມາຮອດວັນທີ ວັນທີ 19-20 ພຶດສະພາ ທີ່ຜ່ານມານີ້, ຈຶ່ງໄດ້ຈັດສົ່ງແຮງງານຈີນກັບຄືນປະເທດ ໂດຍຄວາມສະໝັກໃຈ ແລະ ເດີນທາງກັບດ້ວຍລົດຕູ້ ຜ່ານດ່ານສາກົນບໍເຕນ ແຂວງຫຼວງນໍ້າທາ.
ແຮງງານຈີນຢູ່ເຂດເສດຖະກິດພິເສດສາມຫລຽມຄຳກັບຄືນປະເທດຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD