ການກໍ່ສ້າງເສັ້ນທາງເຂົ້າຫາຖຳ້ຈອມອອງ ໃກ້ຈະສຳເລັດແລ້ວ.
ແຂວງອຸດົມໄຊ ມີແຫລ່ງທ່ອງທຽວທຳມະຊາດທີ່ສວຍງາມຫລາຍແຫ່ງ, ທີ່ຫລາຍໆຄົນອາດຈະຮູ້ໃນປະຈຸບັນກໍ່ຄົງຈະບໍ່ພົ້ນສະຖານທີ່ທ່ອງທຽວທຳມະຊາດ ຍໍລະປາ, ນອກຈາກນັ້ນກໍ່ຍັງມີຫລາຍໆແຫລ່ງທ່ອງທຽວ ແລະ ຖ້ຳຈອມອອງເອງກໍ່ແມ່ນຖ້ຳໜຶ່ງທີ່ສວຍງາມຫລາຍ ແລະ ໜ້າທ່ອງທຽວ, ແຕ່ການທີ່ຈະໃຫ້ນັກທ່ອງທຽວເຂົ້າເຖິງກໍ່ຕ້ອງໄດ້ສ້າງເສັ້ນທາງໃນການເຂົ້າເຖິງກ່ອນ, ແລະ ປະຈຸບັນການກໍ່ສ້າງກໍ່ໃກ້ຈະສຳເລັດແລ້ວ.
ຕອນບ່າຍວັນທີ 9 ມິຖຸນາຜ່ານມານີ້ ຄະນະຮັບຜິດ ຊອບໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການ ທ່ອງທ່ຽວຖ້ຳຈອມອອງ ຮ່ວມກັບພະແນກ ການທີ່ກ່ຽວຂ້ອງ ແລະ ບໍລິສັດທີ່ປຶກສາໄດ້ລົງເຄື່ອນໄຫວຕິດ ຕາມ, ກວດກາ, ຊຸກຍູ້ ແລະ ແນະນຳການຈັດຕັ້ງປະຕິບັດການກໍ່ສ້າງເສັ້ນທາງປູຢາງເຂົ້າຫາຖ້ຳຈອມອອງ ແລະ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການ ທ່ອງທ່ຽວທີ່ຮັບພິຊອບການພັດທະນານັ້ນກ່ຳລັງກໍ່ສ້າງ ແລະ ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງປູຢາງເຂົ້າ ຫາຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ, ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ ໃກ້ຈະສຳເລັດແລ້ວ.
ພາບ: medialaos.comໂຄງການກໍ່ສ້າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວຖ້ຳຈອມອອງ ຜູ້ຮັບເໝົາບໍລິສັດຈິດຈະ ເລີນກໍ່ສ້າງ ຈຳກັດເປັນໂຄງການ ທີ່ມີຄວາມສຳຄັນເປັນຢ່າງຍິ່ງ ໃນການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງ ທ່ຽວ ແລະ ປະກອບສ່ວນແກ້ໄຂຊີວິດການເປັນຢູ່ຂອງປະ ຊາຊົນພາຍໃນແຂວງອຸດົມໄຊໃຫ້ດີຂຶ້ນເທື່ອລະກ້າວ, ເສັ້ນທາງປູ ຢາງຈາກບ້ານຫ້ວຍອຸ່ນຫາ ຖ້ຳຈອມອອງ (ບ້ານຈອມອອງ) ມີຄວາມຍາວທັງໝົດ 40 ກິໂລແມັດ, ກວ້າງ 5 ແມັດ, ປູຢາງ 2 ຊັ້ນ, ມີແລວທາງຜ່ານ 11 ບ້ານ ແລະ ເສັ້ນທາງດັ່ງກ່າວມີຫຼາຍບ້ານທີ່ໄດ້ຮັບຜົນປະໂຫຍດໃນການຊົມໃຊ້, ສັນຈອນແລກປ່ຽນສິນຄ້າ ແລະ ການເຂົ້າເຖິງຕົວເມືອງສະດວກຂຶ້ນ.
ການສ້າງເສັ້ນທາງເຂົ້າຫາຖຳ້ຈອມອອງ ໃກ້ຈະສຳເລັດແລ້ວ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์