19 Sep
19Sep

ໂຄງການຮຽນອ່ານມອບປຶ້ມນິທານສົ່ງເສີມການອ່ານໃນວັນລຶບລ້າງການກືກໜັງສື.

    ໃນວັນທີ່ 15 ກັນຍາ 2020 ທີ່ຜ່ານມາ ທີ່ໂຮງຮຽນປະຖົມສົມບູນສະກ້າ ເມືອງໂພນໂຮງ ແຂວງວຽງຈັນໄດ້ມີການຈັດງານວັນລຶບລ້າງການກືກໜັງສືສາກົນຂື້ນ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID) ໂຄງການຮຽນອ່ານ ໄດ້ມອບປຶ້ມນິທານສົ່ງເສີມການອ່ານ ໃຫ້ກະຊວງສຶກສາທິການ ແລະ ກີລາ ຈໍານວນ 81.813 ຫົວ.  ໃນການມອບປື້ມຄັ້ງນີ້ແມ່ນການມອບຂອງໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມີຣິກາປະຈໍາລາວ ຕາງໜ້າຮັບຂອງທ່ານນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ກະຊວງສຶກສາທິການ ແລະ ກີລາ ມີທ່ານ ບຸນສອນ ເພັດລາວັນຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນກ່ຽວຂ້ອງປະຈໍາລາວ ຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ອໍານາດການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມຫຼາຍກວ່າ 100ຄົນ ໃນວັນສາກົນແຫ່ງການລຶບລ້າງການກືກໜັງສື ວັນທີ 15 ກັນຍາ 2020 ທີ່ໂຮງຮຽນປະຖົມສົມບູນສະກ້າເມືອງໂພນໂຮງ ແຂວງວຽງຈັນ.
ພາບ: vientianemai.net.
    ປຶ້ມນິທານທີ່ມອບຄັ້ງນີ້ ປະກອບມີປຶ້ມນິທານສໍາລັບຊັ້ນຫ້ອງກຽມປະຖົມ ແລະ ຊັ້ນປະຖົມປີທີ 1 ເຊິ່ງຈະຖືກແຈກຢາຍໃຫ້ຫ້ອງກຽມປະຖົມ 227 ຫ້ອງ ແລະ ໂຮງຮຽນປະຖົມ 584 ແຫ່ງ ໃນຂອບເຂດທົວປະເທດ.
ໂຄງການຮຽນອ່ານ ໄດ້ພັດທະນາ ຈັດພິມ ແຈກຢາຍປຶ້ມນິທານ ແລະ ອຸປະກອນການຮຽນ-ການສອນ ໂດຍຜ່ານການປຶກສາຫາລືຮ່ວມກັບກະຊວງສຶກສາທິການ ແລະ ກີລາ ແລະ ບັນດາຜູ້ມີສ່ວນຮ່ວມຫຼັງຈາກພວກອື່ນໆ ຄູ່ຮ່ວມຈັດຕັ້ງປະຕິບັດຂອງໂຄງການຮຽນອ່ານ ລວມມີອົງການຊ່ວຍເຫຼືອເດັກສາກົນ ອົງການຣູມທູຣິດ ແລະ ອົງການເພື່ອມະນຸດສະທໍາ.
USAIDມອບປຶ້ມນິທານສົ່ງເສີມການອ່ານໃນວັນລຶບລ້າງການກືກໜັງສື

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING