ໂອກາດສິນຄ້າໄທບຸກຕະຫຼາດລາວຍັງເປີດກ້ວາງ.
ມີບົດຄວາມຈາກເຟສບຸກເພຈ K AEC PLUS ໄດ້ຂຽນກ່ຽວກັບການນຳສິນຄ້າໄທບຸກຕະຫຼາດລາວໄວ້ຢ່າງໜ້າສົນໃຈການຂະຫຍາຍທຸລະກິດຂອງໄທໃນລາວຍັງມີໂອກາດສູງ ເນື່ອງຈາກສະຖິຕິໃນຊ່ວງໄລຍະເວລາ 10 ທີ່ຜ່ານມາ ເສດຖະກິດໃນ ສປປ ລາວ ເຕີບໂຕຂຶ້ນຢ່າງຕໍ່ເນື່ອງສະເລ່ຍສູງເຖິງ 7.7% ເຮັດໃຫ້ກາຍເປັນປະເທດໜຶ່ງໃນເຂດອາຊຽນທີ່ນັກລົງທຶນໃຫ້ຄວາມສົນໃຈ.
ເນື່ອງຈາກຂໍ້ຈຳກັດດ້ານການຜະລິດພາຍໃນປະເທດລາວ ເຮັດໃຫ້ສິນຄ້າເກືອບທັງໝົດທີ່ວາງຂາຍນັ້ນຕ້ອງນຳເຂົ້າມາຈາກປະເທດໄທ ແລະ ຈີນ ເຊິ່ງຖ້າຫາກປຽບທຽບກັນລະຫວ່າງໂອກາດຂອງໄທ ແລະ ຈີນ ແລ້ວນັ້ນ ຖືວ່າໄທຍັງມີໂອກາດໄດ້ປຽບຢູ່ຫຼາຍດ້ານບໍ່ວ່າຈະເປັນດ້ານການສື່ສານທາງພາສາ, ເມືອງໃຫຍ່ໆຂອງປະເທດລາວຕິດກັບຊາຍແດນໄທ ອີກທັງຄົນລາວກໍ່ເຊື່ອໝັ້ນໃນຄຸນນະພາບສິນຄ້າຂອງໄທ.
ພາບ: laopost.com ຄົນລາວທີ່ມີລາຍຮັບສູງຍັງຄົງນິຍົມກັນຂ້າມໄປຝັ່ງໄທເພື່ອຊື້ສິນຄ້າ ເສື້ອຜ້າແຟຊັນຕ່າງໆ ຮ່ວມທັງເຄື່ອງອຸປະໂພກບໍ່ລິໂພກອື່ນໆເຊິ່ງເປັນໂອກາດທີ່ດີໃຫ້ຫລາຍໆທຸລະກິດໃນໄທສະມາດຂະຫຍາຍທຸລະກິດຢູ່ປະເທດລາວ, ສ້າງຕົວແທນຈ່ຳໜ່າຍ ແລະ ວິທີ່ການຕ່າງໆ, ຖ້າຈະໃຫ້ດີຄວນຈະເຂົ້າໄປສຳພັດຕົວຈິງເລີຍຈະໄດ້ຮູ້ລາຍລະອຽດຫລາຍຢ່າງເພື່ອຮູ້ເຖິງຄວາມເປັນໄປໄດ້ຂອງທຸລະກິດຕ່າງໆ.
ສິນຄ້າໄທທີ່ໄດ້ຮັບຄວາມສົນໃຈໃນປະເທດລາວມີຫຼາກຫຼາຍ ໂດຍສະເພາະສິນຄ້າປະເພດອຸປະໂພກ-ບໍລິໂພກ ສິນຄ້າທີ່ໃຊ້ໃນຊີວິປະຈຳວັນເປັນສິນຄ້າທີ່ມີໂອກາດເຕີບໂຕສູງ ເຊັ່ນ: ອາຫານ, ຂະໜົມ,ເຄື່ອງດື່ມ,ເສື້ອຜ້າ,ເຄື່ອງປະດັບ,ເຄື່ອງສຳອາງ,ອາຫານສຸຂະພາບ,ອາຫານປອດສານພິດ, ຂອງຕົບແຕ່ງບ້ານ, ອຸປະກອນແຕ່ງລົດ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອີເລັກໂທຣນິກ ແລະ ເຄື່ອງໃຊ້ໃນຄົວເຮືອນ.
ສິນຄ້າໄທຍັງໄດ້ຮັບຄວາມນິຍົມຫລາຍໃນຕະຫຼາດລາວຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์