ສປປ ລາວ ເຮົາເປັນປະເທດໜຶ່ງທີ່ຕ້ອງການສະຖາບັນການສືກສາທີ່ໄດ້ມາດຕະຖານມີຄຸນນະພາບ, ຈາກທີ່ໄດ້ມີຫາງສຽງຕ່າງໆນາໆວ່ານັກຮຽນຫລາຍຄົນຫລັງຈາກຮຽນຈົບແລ້ວໄດ້ຮັບໃບປະກາດມາຮຽບຮ້ອຍແລ້ວ, ແຕ່ຍັງຂາດຄຸນນະພາບຢູ່ ຖ້າທຽບໃສ່ຫລາຍໆປະເທດທີ່ຈົບລະດັບດຽວກັນ, ສະນັ້ນນີ້ກໍ່ຄົງເປັນນິມິດໝາຍອັນດີທີ່ຈະໄດ້ມີໂຮງຮຽນທີ່ມີມາດຕະຖານເພີ່ມຂື້ນມາອີກໂຮງຮຽນໜຶ່ງໃນ ສປປ ລາວເຮົາ.
ໂຮງຮຽນ ນາໆຊາດ ຮີດຟິວວຽງຈັນ ໄດ້ຮັບຄັດເລືອກຈາກມະຫາວິທະຍາໄລ ອ໊ອກຟ໊ອດ ໂດຍ ອ໊ອກຟ໊ອດ ເອດູເຄຊັ້ນ (Oxford Education) ເພື່ອນໍາໃຊ້ຫລັກສູດສາກົນເຂົ້າມາສິດສອນໃນໂຮງຮຽນ ແລະ ຈະເປັນໂຮງຮຽນທຳອິດທີ່ນຳໃຊ້ຫລັກສູດການສິດສອນຂອງມະຫາວິທະຍາໄລ ອ໊ອກຟ໊ອດ, ເຊີ່ງຈະເລີ່ມນໍາໃຊ້ ໃນສົກຮຽນປີ 2020-2021 ເປັນຕົ້ນໄປ. ໃນງານຄັ້ງນີ້ເປັນກຽດມອບຮັບໃບປະກາດໂດຍ ທ່ານ Mr Jeft Matthewman ຕາງໜ້າສະຖານທູດອັງກິດປະຈໍາ ສປປ ລາວ ແລະ ທ່ານ Mr John Cockcroft ປະທານນັກທຸລະກິດປະເທດອັງກິດປະຈໍາລາວ.
ມະຫາວິທະຍາໄລ ອ໊ອກຟ໊ອດ ເປັນມະຫາວິທະຍາໄລລະດັບຊັ້ນນຳຂອງໂລກ ແລະ ໄດ້ຖືກຈັດລຳດັບໂດຍວາລະສານ ທາມສ໌ (Times Magazines) ໃຫ້ເປັນມະຫາວິທະຍາໄລອັນດັບ 1 ຂອງໂລກເປັນເວລາ 4 ປີຕິດຕໍ່ກັນ. ຫຼັກສູດສາກົນດັ່ງກ່າວນີ້ເປັນຫຼັກສູດທີ່ໄດ້ພັດທະນາຂື້ນເພື່ອໃຫ້ແທດເໝາະ ກັບຍຸກສັດຕະວັດທີ 21 ຍຸກປະຈຸບັນທີ່ຖືກເອີ້ນກັນວ່າເປັນຍຸກໂລກາວິວັດທີ່ໂລກມີແຕ່ຄວາມຜັນຜວນ ແລະ ປ່ຽນແປງຢູ່ຕະຫລອດເວລາ.
ຮີດຟິວ ວຽງຈັນ ໂຮງຮຽນຫຼັກສູດການສອນ Oxford ແຫ່ງທໍາອິດໃນລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido