20 Sep
20Sep

ໂຮງຮຽນກິນນອນຊົນເຜົ່າໄດ້ຮັບອຸປະກອນການຮຽນຊ່ວຍເຫຼືອໂດຍມູນນິທິມາຣຸເບນີ.

    ການຊ່ວຍເຫຼືອດ້ານການສືກສາຍັງມີຄວາມຕ້ອງການຫລາຍໃນ ສປປ ລາວ, ເນືອງຈາກທີຫລາຍເຂດຍັງມີຄວາມຂາດເຂີນຫລາຍຢູ່, ໂດຍສະເພາະແມ່ນໂຮງຮຽນເຂດຊົນນະບົດ ຫ່າງໄກຊອກຫລີກ, ການເຂົ້າຫາການສືກສາຍັງມີຄວາມຫຍຸ້ງຍາກຢູ່ ແລະ ຂາດເຂີນອຸປະກອນການຮຽນຫລາຍຢູ່ ເຊິງ ມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ ລາວ (ມມສລ) ໄດ້ໃຫ້ການຊ່ວຍເຫຼືອນັກຮຽນຊົນເຜົ່າ ຢູ່ແຂວງສະຫວັນນະເຂດ ເປັນປີທີ 13 ແລ້ວ.
ເຊິ່ງໃນປີນີ້ ທາງມູນນິທິ ມາຣຸເບນີ ໄດ້ໃຫ້ການຊ່ວຍເຫຼືອເປັນອຸປະກອນການຮຽນ ແລະ ຊຸດນັກຮຽນ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາຫວັນນະເຂດ ມູນຄ່າທັງໝົດ 85 ລ້ານກວ່າກີບ.  ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຈັດຂຶ້ນວັນທີ 17 ກັນຍາ 2020 ທີ່ນະຄອນໄກສອນ ພົມວິຫານ ໃຫ້ກຽດມອບໂດຍທ່ານ ຄາຊຸມິເນ ຄິຄຸຕະ ຄະນະບໍລິຫານງານມູນນິທິ ມາຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ ລາວ ທັງເປັນຜູ້ຈັດການ ຫ້ອງການມາຣຸເບນີ ປະຈຳນະຄອນຫຼວງວຽງຈັນ
ພາບ: vientianemai.net.
    ກ່າວຮັບໂດຍທ່ານ ສົມລິດ ອຸ່ນທະວີ ອໍານວຍການ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາຫວັນນະເຂດ, ມີທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງສະຫວັນນະເຂດ ມີພາກສ່ວນກ່ຽວຂ້ອງ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.    ທ່ານ ຄາຊຸມິເນ ຄິຄຸຕະ ກ່າວວ່າ: ມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາ ຢູ່ ສປປ ລາວ ສ້າງຕັ້ງຂຶ້ນ ໃນປີ 2008 ເນື່ອງ ໃນໂອກາດສະເຫຼີມມສະຫຼອງວັນສ້າງຕັ້ງບໍລິສັດ ມາຣຸເບນີ ຄໍໂປ ເຣຊັນ (ຍີ່ປຸ່ນ) ຄົບຮອບ 150 ປີ ເຊິ່ງປີນີ້ ເປັນປີທີ 13 ທີ່ທາງມູນນິທິມາຣຸເບນີ ໄດ້ໃຫ້ການຊ່ວຍເຫຼືອໂຮງຮຽນສາມັນກິນນອນຊົນເຜົ່າ ຢູ່ແຂວງສະຫວັນນະເຂດ.
ມູນນິທິມາຣຸເບນີຊ່ວຍເຫລືອອຸປະກອນການຮຽນໃຫ້ໂຮງຮຽນຊົນເຜົ່າ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING