ໃຫ້ທົ່ວປະເທດຮ່ວມເປັນເຈົ້າການປະຕິບັດມາດຕະການຜ່ອນຜັນ.
ຈາກການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ໃນກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນວັນທີ 5 ສິງຫາ 2020, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານຕື່ມ ເປັນຕົ້ນສືບຕໍ່ການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ.
ຫ້ອງວ່າການສຳນັກງານນນາຍົກລັດຖະມົນຕີ ໄດ້ອອກແຈ້ງການດ່ວນ ເຖິງບັນດາລັດຖະມົນຕີ, ອົງການທຽບເທົ່າ ແລະ ເຈົ້າຄອງ, ເຈົ້າແຂວງໃນທົ່ວປະເທດ ໃຫ້ມີທິດຊີ້ນຳເພີ່ມເຕີມກ່ຽວກັບການສືບຕໍ່ເພີ່ມທະວີມາດຕະການຜ່ອນຜັນ, ປ້ອງກັນ ແລະຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ວັນທີ 7 ສິງຫາ 2020 ມື້ນີ້ ແລະ ໃຫ້ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ພາບ: laoedaily.com.laໃນນີ້ແມ່ນມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບຄະນະສະເພາະກິດທ້ອງຖິ່ນ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ກໍລະນີພົບເຫັນຜູ້ລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ ແມ່ນໃຫ້ນຳໂຕໄປກວດຫາເຊື້ອ ແລ້ວກັກບໍລິເວນຢູ່ໂຮງແຮມ ຫຼື ສູນ ທີ່ລັດຈັດສັນໄວ້, ທັງໃຫ້ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ; ພ້ອມນັ້ນກໍໃຫ້ປະກາດອອກຂ່າວສູ່ສັງຄົມ ເພື່ອຮັບຊາບຢ່າງກວ້າງຂວາງ.
ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບນະຄອນຫຼວງວຽງຈັນ ແລະບັນດາແຂວງທົ່ວປະເທດໃຫ້ຕິດຕາມກວດກາ ແລະ ຄຸ້ມຄອງຮ້ານບັນເທິງ, ຮ້ານຄາລະໂອເກະ, ຮ້ານເຫຼົ້າ-ເບຍ ທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວ ແລ້ວນັ້ນ, ຖ້າກວດພົບເຫັນຮ້ານໃດ ຍັງລະເມີດ ແລະ ບໍ່ປະຕິບັດຕາມຄຳສັ່ງຂອງລັດຖະບານ ແມ່ນໃຫ້ດຳເນີນການຕັກເຕືອນ, ປັບໃໝ, ຫາກຍັງຝ່າຝືນຢູ່ ແມ່ນໃຫ້ດຳເນີນມາດຕະການລົບລ້າງໃບອະນຸຍາດການດຳເນີນທຸລະກິດແລະ ລົບລ້າງໃບທະບຽນວິສາຫະກິດຕາມຂັ້ນຕອນ.
ແຈ້ງການດ່ວນ! ໃຫ້ສຶບຕໍ່ການປະຕິບັດມາດຕະການຜ່ອນຜັນໂຄວິດຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์