14 Aug
14Aug

ໄຈ້ແຍກຄວາມໝາຍຂອງ ຄຳວ່າ ແຈ້ງ ແລະ ຮຸ່ງ ໃນພາສາລາວ.

    ມີຫຼາຍຄໍາສັບໃນພາສາລາວທີ່ຂຽນ ແລະ ສະກົດຕ່າງກັນ ແຕ່ວ່າຄວາມໝາຍຄ້າຍຄືກັນ ບາງຄັ້ງກໍ່ຈໍາແນກບໍ່ອອກວ່າຄວນໃຊ້ຄໍາສັບໃດດີ, ສາເຫດໜຶ່ງກໍ່ແມ່ນຈາກຄວາມລື້ງເຄີຍຂອງຄົນລາວ ພໍ່ແມ່ພາເວົ້າແນວໃດກໍ່ເວົ້ານໍາກັນມາເລີຍ ຈົນບໍ່ຮູ້ວ່າການໃຊ້ຄໍາສັບນັ້ນໆມັນຖືກຕ້ອງຕາມຮູບປະໂຫຍກແລ້ວ ຫຼືບໍ່.  ຕອນນີ້ເຮົາຈະຍົກເອົາຄຳວ່າ ແຈ້ງ ແລະ ຮຸ່ງ ເຊິ່ງສອງຄໍານີ້ ຄົນສ່ວນຫຼາຍໃຊ້ຫຼົງກັນ, ໃນຄວາມຈິງແລ້ວມັນກໍ່ມີຄວາມໝາຍໃກ້ຄຽງກັນຢູ່ ຖ້າໃຊ້ໃນຮູບແບບຂອງຄໍາຄຸນນາມ ແຕ່ວ່າມັນກໍ່ມີຄວາມແຕກຕ່າງກັນ ຖ້າຫາກໃຊ້ໃນຮູບແບບຄໍາກໍາມະ, ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ.ທອງຄໍາ ອ່ອນມະນີສອນ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວໃຫ້ຖືກຕ້ອງໄດ້ດັ່ງນີ້:
DooDiDo
ຄຳວ່າ ແຈ້ງ.ແຈ້ງ (ຄໍາກໍາມະ) ມີຄວາມໝາຍວ່າ: ບອກ, ສະແດງໃຫ້ຮູ້.
ຕົວຢ່າງ:
ນັກຮຽນກະລຸນາແຈ້ງລາຍຊື່ຂອງຕົນກອ່ນເຂົ້າຫ້ອງເສັງ.
ລັດຖະບານແຈ້ງການໃຫ້ເຮັດວຽກຢູ່ເຮືອນເພື່ອປ້ອງກັນການແຜ່ລະບາດຂອງພະຍາດ covid-19.
ແຈ້ງ (ຄໍາຄຸນນາມ) ມີຄວາມໝາຍວ່າ: ສະຫວ່າງ, ຄັກ, ແນ່
ຄຳວ່າ ຮຸ່ງ.
ຮຸ່ງ (ຄໍາກໍາມະ) ມີຄວາມໝາຍວ່າ ຄະນຶງ, ຄຶດເຖິງ ຫຼືເອີ້ນວ່າ ຮຸ່ງຮູ້
ຕົວຢ່າງ:
ໃຈຍິງນີ້ຮຸ່ງຮູ້ຫາຊາຍຜູ້ເປັນທີ່ຮັກສະເໝີບໍ່ວ່າຈະຢູ່ແຫ່ງຫົນໃດ.
ຮຸ່ງ (ຄໍາຄຸນນາມ) ມີຄວາມໝາຍວ່າ ສະຫວ່າງ, ແຈ້ງ, ສ່ອງໃສ, ສຸກໃຈ, ເຫັນຄັກ.
ຕົວຢ່າງ:
ຝົນເຊົາຕົກ ທ້ອງຟ້າກໍ່ຮຸ່ງມາທັນທີ.
ນອກຈາກນັ້ນ, ຄໍາວ່າຮຸ່ງ ເມື່ອປະສົມກັບຄໍາອື່ນໆກໍ່ຈະແປເປັນຫຼາຍຄວາມໝາຍທີ່ແຕກຕ່າງກັນເຊັ່ນ:
ຮຸ່ງຄີງ ໝາຍເຖິງ ຮູ້ສຶກໂຕ
ຮຸ່ງຄໍ່າ ໝາຍເຖິງ ຍາມເຊົ້າ ແລະ ຍາມຄໍ່າ
ຮຸ່ງຈວນ ໝາຍເຖິງເວລາໃຫ້ຮຸ່ງ
ພາສາລາວຄຳວ່າ ແຈ້ງ ແລະ ຮຸ່ງ ມີຄວາມໝາຍດຽວກັນບໍ່?


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING