24 Apr
24Apr

ຕາດຫົວເສືອ ເປັນສະຖານທີ່ທຳມະຊາດສວຍງາມ ແລະ ເໝາະສຳລັບການພັກຜ່ອນ

ຫລັງຈາກການໃຊ້ຊິວິດກັບການຫຍຸ້ງກັບວຽກງານຫາເງິນຫາທອງ, ຢູ່ກັບບັນຫາລົດຕິດ, ໝອກຄັວນຕ່າງໆ ຫລາຍໆ ທ່ານກໍ່ຫາໂອກາດເພື່ອໄປພັກຜ່ອນຢ່ອນໃຈເພື່ອໃຫ້ມີແຮງໃນການເຮັດວຽກ ແລະ ຊິວິດບໍ່ໜ້າເບື່ອຂອງແຕ່ລະອາທິດຂອງການເຮັດວຽກ, ຕາດຫົວເສືອກໍ່ເປັນອີກໜື່ງສະຖານທີ່ທີ່ໜ້າໄປພັກຜ່ອນທີ່ສຸດ.
ພາບ: Thankhao.com
ຊັບພະຍາກອນການທ່ອງທ່ຽວທີ່ເກີດຂຶ້ນເອງຈາກທຳມະຊາດ ເປັນມໍລະດົກອັນລ້ຳຄ່າຂອງໂລກກໍຄືຂອງຄົນໃນພື້ນທີ່, ທຳມະຊາດໄດ້ສ້າງສະຖານທີ່ພິເສດທີ່ແຕກຕ່າງຈາກສະຖານທີ່ອື່ນ ເຊິ່ງໄດ້ກາຍເປັນຈຸດພິເສດທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈຢາກເຂົ້າມາສຳຜັດ ດ້ວຍຄວາມງາມຂອງສາຍນ້ຳ ແລະ ຄວາມເປັນເອກະລັກທີ່ໂດດເດັ່ນ ໜັງສືພິມສະບັບມື້ນີ້ຂໍແນະນຳສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ຢູ່ບໍ່ໄກຈາກຕົວເມືອງນະຄອນຫຼວງ ນັ້ນກໍຄື “ ຕາດຫົວເສືອ ”.
ຕາດຫົວເສືອຕັ້ງຢູ່ບ້ານດ່ານຊີເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເສັ້ນທາງເຂົ້າຫາຕາດສາມາດໄປໄດ້ທັງລົດໃຫຍ່ ແລະ ລົດຈັກ, ຕາດແຫ່ງນີ້ແມ່ນບໍ່ມີປ້າຍບອກທາງທີ່ຊັດເຈນ, ຜູ້ທີ່ໄປທ່ຽວຊົມກັນສ່ວນຫຼາຍແມ່ນປະຊາຊົນບໍລິເວນອ້ອມຂ້າງເມືອງນາຊາຍທອງ ແລະ ເມືອງໃກ້ຄຽງ, ຕາດຫົວເສືອແຫ່ງນີ້ຖ້າເຮົາເດີນທາງມາຕາມເສັ້ນທາງ 13 ເໜືອ ກາຍບ້ານຫົວຂົວ ເມືອງນາຊາຍທອງ ຂຶ້ນໄປສັງເກດງ່າຍໆໃຜທີ່ເຄີຍໄປຕາດຍາວ ແມ່ນເສັ້ນທາງດຽວກັນທີ່ຈະເຂົ້າໄປຫາຕາດຫົວເສືອ ແຕ່ວ່າຈະຮອດຕາດຍາວກ່ອນຮອດຕາດຫົວເສືອ.

ເບິ່ງລາຍລະອຽດເພີ່ມໄດ້ທີ່: ໄປພັກຜ່ອນກິນເຂົ້າປ່າ ນັ່ງຊົມທຳມະຊາດ ຕາດຫົວເສືອ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD


Comments
* The email will not be published on the website.
I BUILT MY SITE FOR FREE USING